ຫວຽດນາມ ໄດ້ປະຕິບັດບັນດາການປະຕິຮູບຫຼາຍຢ່າງເພື່ອສ້າງຄວາມສະດວກໃຫ້ວິສາຫະກິດ
(ພາບປະກອບ)
(vovworld) – ບົດລາຍງານສະພາບແວດລ້ອມແຫ່ງການດຳເນີນທຸລະກິດປີ 2014 ຂອງທະນາຄານໂລກປະຈຳຫວຽດນາມ ເຊິ່ງໄດ້ຮັບການປະກາດໃນຕອນເຊົ້າວັນທີ 29 ຕຸລາ ຊີ້ໃຫ້ເຫັນວ່າ ແຕ່ເດືອນ ກໍລະກົດ ປີ 2012 ຮອດເດືອນ ມີຖຸນາ ປີ 2013, ຫວຽດນາມ ໄດ້ມີບັນດາມາດຕະການເພື່ອເພີ່ມທະວີການປົກປ້ອງນັກລົງທຶນ ແລະ ຍົກສູງຄວາມສາມາດສຳພັດກັບບ້ວງສິນເຊື່ອ. ທີ່ພິທີປະກາດ, ທ່ານນາງ Webdy Werner, ຜູ້ອຳນວນການໂຄງການທີ່ປຶກສາສະພາບແວດລ້ອມແຫ່ງການລົງທຶນພາກພື້ນອາຊີ - ປາຊີຝີກ ຂອງອົງການການເງິນສາກົນ, ສະມາຊິກກຸ່ມທະນາຄານໂລກ ໃຫ້ຂໍ້ສັງເກດວ່າ: ຕາມບົດລາຍງານແລ້ວ, ນັບແຕ່ປີ 2005, ຫວຽດນາມ ໄດ້ປະຕິບັດການປະຕິຮູບສະພາບແວດລ້ອມດ້ານກົດໝາຍ 21 ຄັ້ງແລ້ວເພື່ອສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ - ແມ່ນຫຼາຍກວ່າໝູ່ໃນພາກພື້ນອາຊີ - ປາຊີຝີກ. ປີ 2013 ນີ້, ຫວຽດນາມ ຢື່ນອັນດັບທີ 99 ໃນຈຳນວນ 189 ພື້ນຖານເສດຖະກິດກ່ຽວກັບແຫ່ງການດຳເນີນທຸລະກິດ.
ທ່ານນາງ Nan Jiang, ໜຶ່ງໃນບັນດາຜູ້ຂຽນບົດລາຍງານສະພາບແວດລ້ອມແຫ່ງການດຳເນີນທຸລະກິດປີ 2014 ຂອງກຸ່ມທະນາຄານໂລກໃຫ້ຂໍ້ສັງເກດວ່າ.
“ຫວຽດນາມ ມີການປັບປຸງຫຼາຍຢ່າງກ່ຽວກັບລະບຽບການອອກໜັງສືອະນຸຍາດໃຫ້ການກໍ່ສ້າງ ແລະ ສິນເຊື່ອ. ແຕ່ວ່າຍັງມີສິ່ງທ້າທາຍຫຼາຍຢ່າງສຳລັບການເຄື່ອນໄຫວຂອງວິສາຫະກິດທ້ອງຖິ່ນ. ຕົວຢ່າງຄື ວິສາຫະກິດຕ້ອງເສຍເວລາ 115 ວັນ ເພື່ອເຊື່ອມຕໍ່ກັບຕາໜ່າງໄຟຟ້າຮັບໃຊ້ໃຫ້ແກ່ການຜະລິດດຳເນີນທຸລະກິດ. ຍັງມີລະບຽບການທີ່ເສຍເວລາຫຼາຍ. ດັ່ງນັ້ນ, ຫວຽດນາມ ຕ້ອງມານະພະຍາຍາມກ່ວາອີກໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ”