ຫວຽດນາມ ໜູນຊ່ວຍ ກຳປູເຈຍ ຄຸ້ມຄອງທີ່ ດິນ ແລະ ຊັບພະຍາກອນ

ຫວຽດນາມ ໜູນຊ່ວຍ ກຳປູເຈຍ ຄຸ້ມຄອງທີ່ ດິນ ແລະ ຊັບພະຍາກອນ - ảnh 1
ພິທີ​ມອບ​ຮັບ​ໝາກຜົນ​ໄລ​ຍະ​ 1 ຂອງ​ “​ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​ແຫ່ງ​ຊາດ​ກຳປູ​ເຈຍ“
(ພາບ: vnn.vn)

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ ກຳປູ​ເຈຍ ​ໃຫ້​ຂ່າວ​ວ່າ, ຕອນ​ບ່າຍ​ວັນ​ທີ 6/3, ຢູ່​ນະຄອນຫຼວງ ​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບ​ໝາກຜົນ​ໄລ​ຍະ​ 1 ຂອງ​ “​ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​ແຫ່ງ​ຊາດ​ກຳປູ​ເຈຍ“, ​ໂດຍ​ກົມ​ວັດ​ແທກ ​ແລະ ​ແຜນ​ທີ່ ສັງກັດ​ກະຊວງ​ຊັບ​ພະຍາກອນ - ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລະ  ກະຊວງ​ຄຸ້ມ​ຄອງ​ທີ່​ດິນ, ວາງ​ແຜນ​ຜັງຕົວ​ເມືອງ ​ແລະ ກໍ່ສ​້າງລາຊະ​ອານາຈັກ​ກຳປູ​ເຈຍ ສົມທົບ​ກັນ​ປະຕິບັດ. ​ໂຄງການ​ໂດຍ​ລັດຖະບານ​ຫວຽດນາມ ໜູນ​ຊ່ວຍ​ດ້ານ​ການ​ເງິນ​ເຊິ່ງ​ໄດ້ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ພື້ນຖານ​ຂໍ້​ມູນ​ສຳຄັນທີ່​ຊ່ວຍ​ໃຫ້​ລັດຖະບານ ກຳປູ​ເຈຍ ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ທີ່​ດິນ, ວາງ​ແຜນ​ຜັງຕົວ​ເມືອງ, ກໍ່ສ້າງ​ບັນດາ​ກິດຈະກຳ​ໃຫຍ່, ລະບົບ​ຊົນ​ລະ​ປະທານ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ. ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ປີ 2006 ​ແລະ ຮອດ ​ເດືອນ 3/2009, ​ໂຄງການ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ ​ແລະ ​ແບ່ງ​ເປັນ 2 ​ໄລຍະ. ທ່ານ ຫງວຽນ​ຕັວນຮູ່ງ, ຫົວໜ້າ​ກົມ​ວັດ​ແທກ ​ແລະ ​ແຜນ​ທີ່​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຫວຽດນາມ ຊ່ວຍ​ກຳປູ​ເຈຍ ກໍ່ສ້າງລະບົບ ຄວາມ​ສູງ ​ແມ່ນ​ເພື່ອ​ຊ່ວຍ​ຈຳ​ປູ​ເຈຍ​ ຢັ້ງຢືນ​ຄືນຄວາມ​ສູງ​ສະ​ເລ່ຍຂອງ​ພື້ນ​ທີ່ ​ກຳປູ​ເຈຍ ​ເມື່ອ​ທຽບ​ກັບ​ລະດັບ​ໜ້ານ້ຳ​ທະ​ເລ. ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດລະບົບ​ຄວາມ​ສູງ​ຂອງ​ກຳ​ປູ​ເຈຍ ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ສາມັກຄີ​ມິ​ດຕະພາບ​ ການຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ”

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ສົ່ງ, ທ່ານ Im Chhun Lim, ລັດຖະມົນຕີ​ກະຊວງ​ຄຸມ​ຄອງ​ທີ່​ດິນ, ວາງ​ແຜນ​ຜັງຕົວເມືອງ ​ແລະ ກໍ່ສ​້າງກຳປູ​ເຈຍ, ຢືນຢັນ​ວ່າ: ​ເລື່ອງ​ສ້າງ​ສຳ​ເລັດ​ລະບົບ​ຄວາ​ມສູງ ​ແລະ ຈຸດ​ພິກັດຈະ​ຮັບປະກັນ​ໃຫ​້​ແກ່​ວຽກ​ງານ​​ແຕ້ມ​ແຜນ​ທີ່, ວາງ​ແຜນ​ລະບົບ​ພື້ນ​ຖານ​ໂຄງ​ລ່າງ ຢ່າງ​ຊັດ​ເຈນ, ​ແລະ ພິ​ເສດ​ແມ່ນ​ລະບົບ​ຊົນລະປະທານ​ທີ່​ມີ​ຕໍ່​ປະ​ເທດ​ອຸດສາຫະກຳ​ພວມ​ຮັບ​ຜົນ​ສະທ້ອນ​ທີ່​ຫຍໍ້​ທໍ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄື ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ