(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ວັນທີ 20/4 (ຕາມເວລາຮ່າໂນ້ຍ)ສະໄໝປະຊຸມຄັ້ງທີ 2 ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - Venezuela ຢູ່ນະຄອນຫຼວງ Caracas, Venezuela ໄດ້ອັດລົງດ້ວຍບັນດາໝາກຜົນດີງາມ, ມີຫຼາຍໂຄງການ, ລາຍການໄດ້ຮັບການເຊື່ອມຕໍ່ປະຕິບັດ ແລະ ເປີດກ້ວາງ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ແລະ ຮອງປະທານາທິບໍດີທັງເປັນລັດຖະມົນຕີກະຊວງພະລັງງານ - ນ້ຳມັນອາຍແກດ Rafael Ramirez ຊຶ່ງເປັນປະທານຮ່ວມຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - Venezuela ໄດ້ເຊັນບົດບັນທຶກກອງປະຊຸມ. ບົດບັນທຶກສະບັບນີ້ຢືນຢັນວ່າ: ໃນໄລຍະຜ່ານມາ, ການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງຮອບດ້ານ. ໃນໄລຍະຈະມາເຖິງ, ລັດຖະບານ, ຂະແໜງການຂັ້ນຕ່າງໆ, ຄູ່ຮ່ວມມື 2 ປະເທດສືບຕໍ່ສຸມໃສ່, ມານະພະຍາຍາມ ເພື່ອຊຸກຍູ້, ປະຕິບັດຮອບດ້ານຢູ່ບັນດາຂົງເຂດໄດ້ຮ່ວມມືແລ້ວ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ທ່າໄດ້ປຽບໜູນຊ່ວຍໃຫ້ກັນ ແລະ ກັນຢ່າງມີໄຊ. ກ່າວຄຳເຫັນອັດກອງປະຊຸມ, ທ່ານຮອງປະທານາທິບໍດີ Rafael Ramirez ເນັ້ນໜັກວ່າ: ບົນພື້ນຖານຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ຄວນສືບຕໍ່ຍູ້ແຮງບັນດາຄວາມມານະພະຍາຍາມ ເພື່ອເປີດກ້ວາງ, ເພີ່ມທະວີບັນດາຮູບການ ແລະ ມາດຕະການຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ ແລະ ວິທະຍາສາດເຕັກນິກ ເພື່ອສົມກັບການພົວພັນແບບພິເສດລະຫວ່າງ 2 ປະເທດ. ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຖືວ່າ: ບັນດາຂໍ້ຕົກລົງໄດ້ເຊັນກັນໃນຄັ້ງນີ້ ຈະສ້າງບັນດາບາດກ້າວໃໝ່, ແມ່ນພື້ນຖານ ເພື່ອຍູ້ແຮງການຮ່ວມມືລະຫວ່າງ 2 ຝ່າຍ ໃນຂົງເຂດເສດຖະກິດ, ການຄ້າ, ອຸດສາຫະກຳ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ບັນດາຂົງເຂດການພົວພັນ 2 ຝ່າຍອື່ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນໄລຍະຈະມາເຖິງ.