ທ່ານ Ngo Xuan Lich
(ພາບ:laodong.com.vn)
(vovworld) - ຕອນເຊົ້າວັນທີ 17/10, ຄະນະປະຕິບັດງານຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໂດຍທ່ານພົນໂທ Ngo Xuan Lich ເລຂາສູນກາງພັກ, ຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມ ໄດ້ມີການເຮັດວຽກກັບອົງຄະນະພັກແຂວງ Ca Mau ກ່ຽວກັບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນແຕ່ປີ 2011-2015. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນໂທ Ngo Xuan Lich ໄດ້ຍ້ອງຍໍຊົມເຊີຍອົງຄະນະພັກແຂວງ Ca Mau ໄດ້ມີບັນດາຮູບການທີ່ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍກັບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ, ພ້ອມທັງຊີ້ນຳໃຫ້ອົງຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກແຂວງ Ca Mau ຈົ່ງເພີ່ມທະວີວຽກງານແນວຄິດເພື່ອຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ບັນລຸໄດ້ໝາກຜົນສູງກ່ວາ, ແທດຈິງກ່ວາອີກ.