ຫົວໜ້າຄະນະຂົນຂວາຍປຊຊສູນກາງອວຍພອນພຸດທະສາສະນິກກະຊົນເນື່ອງໃນໂອກາດວັນບຸນວິສາຂະບູຊາ
ທ່ານນາງ ເຈືອງທິມາຍອວຍພອນສະພາບໍລິຫານງານສະມາຄົມ
ພຸດທະສາສະໜາສູນກາງຫວຽດນາມ
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດວັນບຸນວິສາຂະບູຊາ, ຕອນເຊົ້າວັນທີ 14/05, ຢູ່ນະຄອນໂຮ່ຈິມິນ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານສະມາຄົມພຸດທະສາສະໜາສູນກາງຫວຽດນາມ ຢູ່ພາກໃຕ້. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ພັກ, ລັດ ຕີລາຄາສູງການປະກອບສ່ວນຂອງ ສະພາບໍລິຫານງານສະມາຄົມພຸດທະສາສະໜາສູນກາງຫວຽດນາມ ໃນວຽກງານສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ການພັດທະນາຂອງປະເທດຊາດ, ພິເສດແມ່ນໃນບັນດາຂະບວນການຕອບບຸນແທນຄຸນ, ກໍ່ສ້າງຊົນນະບົດໃໝ່, ບັນດາການເຄື່ອນໄຫວມະນຸດສະທຳ, ວຽກງານກູ້ສົນ ແລະ ປາດຖະໜາວ່າສະພາບໍລິຫານງານສະມາຄົມພຸດທະສາສະໜາສູນກາງຫວຽດນາມ ຈະລະດົມບັນດາພຸດທະສາສະນິກກະຊົນໃນທົ່ວປະເທດ ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ໃນໄລຍະຈະມາເຖິງ. ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ, ສະພາບໍລິຫານງານສະມາຄົມພຸດທະສາສະໜາສູນກາງຫວຽດນາມ ຈະລະດົມພໍ່ແມ່ພຸດທະສາສະນິກກະຊົນ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ໃນໄລຍະຈະມາເຖິງ, ເພື່ອສະແດງນ້ຳໃຈຮັກຊາດ ແລະ ປະກອບສ່ວນເຂົ້າໃນການສ້າງລັດແຫ່ງອຳນາດນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.