ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງເທື່ອທຽນເຫວ໋
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ
ລົງເຮັດວຽກກັບຄະນະປະຈຳພັກແຂວງ ເທື່ອທຽນ - ເຫວ໋
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 26/04 ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ລົງເຮັດວຽກກັບຄະນະປະຈຳພັກແຂວງ ເທື່ອທຽນ - ເຫວ໋ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ວຽກງານກໍ່ສ້າງພັກ, ວຽກງານຂົນຂວາຍປະຊາຊົນ, ຊົນເຜົ່າ, ສາສະໜາ, ກໍ່ສ້າງ ແລະ ປະຕິບັດຂໍ້ກຳນົດປະຊາທິປະໄຕຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງບັນດາໝາກຜົນ ຊຶ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເທື່ອທຽນ - ເຫວ໋ ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນການປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນ. ທ່ານນາງ ເຈືອງທິມາຍ ຮຽກຮ້ອງແຂວງ ເທື່ອທຽນ - ເຫວ໋ ຄວນສືບຕໍ່ເອົາໃຈໃສ່, ປ່ຽນໃໝ່ບັນດາໂຄງການພັດທະນາເສດຖະກິດ, ຮັບປະກັນການໜູນຊ່ວຍຊີວິດສັງຄົມໃຫ້ແກ່ປະຊາຊົນ, ວຽດງານຫລຸດຜ່ອນຄວາມທຸກຫຍາກ, ແກ້ໄຂວຽກເຮັດງານທຳ, ພັດທະນາການທ່ອງທ່ຽວ; ເອົາໃຈໃສ່ເປັນພິເສດວຽກງານກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ລະບົບການເມືອງຂັ້ນຮາກຖານໃຫ້ເຂັ້ມແຂງ ແລະ ໝັ້ນຄົງ. ແຂວງ ກໍ່ຄວນເອົາໃຈໃສ່ເຖິງລະບອບນະໂຍບາຍໃຫ້ພະນັກງານຂັ້ນຮາກຖານ ເພື່ອໃຫ້ວຽກງານຂົນຂວາຍປະຊາຊົນບັນລຸປະສິດທິຜົນກ່ວາເກົ່າ.