ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຮັດວຽກກັບສູນກາງສະພາກາແດງຫວຽດນາມ
(ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ
ເຮັດວຽກກັບສູນກາງສະພາກາແດງຫວຽດນາມ)
(vovworld)- ທີ່ການເຮັດວຽກ ໃນຕອນເຊົ້າວັນທີ 25/5, ຢູ່ຮ່າໂນ້ຍ ທ່ານ ນາງ ເຈືອງທິມາຍ ເລຂາສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ສະເໜີ ສູນກາງສະພາກາແດງຫວຽດນາມ ຜັນຂະຫຍາຍ ກໍ່ສ້າງບັນດາສູນ ເພື່ອຊອກຫາຂໍ້ມູນຂ່າວສານ ກ່ຽວກັບຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດ ທີ່ພວມຕ້ອງການຄວາມຊ່ວຍເຫຼືອ, ສືບຕໍ່ຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາການເຄື່ອນໄຫວບໍລິຈາກເລືອດ, ບໍລິຈາກອະໄວຍະວະມະນຸດສະທຳ. ສູນກາງສະພາກາແດງຫວຽດນາມ ຄວນເປັນເຈົ້າການ ກູ້ຊ່ວຍຢ່າງທັນການ, ຖືກເປົ້າໝາຍ ໃນເວລາທີ່ເກີດໄພພິບັດທຳມະຊາດ; ຄົ້ນຄ້ວາເປີດກວ້າງ ການເຂົ້າຮ່ວມນະໂຍບາຍໜູນຊ່ວຍສັງຄົມ, ນະໂຍບາຍປະກັນສຸຂະພາບ, ປະກັນການວ່າງງານ, ເງິນບຳນານຂອງພໍ່ແມ່ຊາວກະສິກອນ.