ຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮຸຍເຣືອ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍແຂວງບັກນິງ

ຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮຸຍເຣືອ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍແຂວງບັກນິງ - ảnh 1
ທ່ານ ​ໂຕ​ຮຸຍ​ເຣືອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ຢ້ຽມຢາມ, ມອບ​ຂອງຂວັນ​
ໃຫ້​ບັນດ​າເປົ້າ​ໝາຍ​ນະ​ໂຍບາຍ​ຢູ່​ເມືອງ ຢາ​ບິ່ງ, ​ແຂວງ​ບັກ​ນິງ
(ພາບ: TTXVN)


(vovworld) – ວັນ​ທີ 12/02, ທ່ານ ​ໂຕ​ຮຸຍ​ເຣືອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດ​າເປົ້າ​ໝາຍ​ນະ​ໂຍບາຍ​ຢູ່​ເມືອງ ຢາ​ບິ່ງ, ​ແຂວງ​ບັກ​ນິງ. ຢູ່​ທີ່​ນີ້, ທ່ານ ໂຕ​ຮຸຍ​ເຣືອ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ ຍາມ​ໃດກໍ່ຈົດ​ຈຳບຸນຄຸນ​ຂອງ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເຈັບ​ປ່ວຍ ​ແລະ ​ເສຍ​ອົງຄະ.​ ເພື່ອ​ຊ່ວຍ​ໃຫ້​ບັນດາ​ຄອບຄົວ​ມີ​ຊີວິດ​​ເປັນ​ປົກກະຕິ​, ບືນຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ທ່ານ ​ໂຕ​ຮຸຍ​ເຣືອ ຮຽກຮ້ອງ​ໃຫ້​ແຂວງ​ບັກ​ນິງ, ​ເມືອງ​ຢາບິ່ງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງຈົ່ງ​ເອົາ​ໃຈ​ໃສ່​, ສະຫງວນ​ແຫຼ່ງ​ກຳ​ລັງ​ເພື່ອໜູນ​ຊ່ວຍ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຄອບຄົວ​ທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ​ກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ໂອກາດ​ບຸນ​ເຕັດ, ​ເພື່ອ​ໃຫ້​ທຸກ​ເປົ້າ​ໝາ​ຍນະ​ໂຍບາຍ​ໃນ​ແຂວງ​ລ້ວນ​ແຕ່​​ໄດ້ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຂ່າວ/ບົດ​ອື່ນ