ຫ້ອງວ່າການປະທານປະເທດ ປະຊຸມຂ່າວປະກາດກົດໝາຍບາງສະບັບໂດຍສະພາແຫ່ງຊາດຊຸດທີ 14 ຮອບຮອງເອົາ

(VOVWORLD) - ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າຂອງ ສສ ຫວຽດນາມ ຢູ່ຕ່າງປະເທດ
ຫ້ອງວ່າການປະທານປະເທດ ປະຊຸມຂ່າວປະກາດກົດໝາຍບາງສະບັບໂດຍສະພາແຫ່ງຊາດຊຸດທີ 14 ຮອບຮອງເອົາ - ảnh 1 ການປະຊຸມຂ່າວຂອງຫ້ອງວ່າການປະທານປະເທດ

ໂດຍໄດ້ຮັບການມອບສິດຈາກຂອງປະທານປະເທດ, ວັນທີ 14 ທັນວາ, ທ່ານ ຢາງເຊີນ, ຮອງຫົວໜ້າຜູ້ປະຈຳການຫ້ອງວ່າການປະທານປະເທດ, ປະກາດກົດໝາຍ 6 ສະບັບໂດຍສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ເຊິ່ງລວມມີ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າຂອງ ສສ ຫວຽດນາມ ຢູ່ຕ່າງປະເທດ, ກົດໝາຍວ່າດ້ວຍສິນໃນນ້ຳ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ, ກົດໝາຍວ່າດ້ວຍການວາງແຜນຜັງ.

        ໃນນັ້ນ, ກົດໝາຍບາງສະບັບໄດ້ຮັບການປະກາດນັ້ນ ມີຫຼາຍຈຸດໃໝ່ເປັນໜ້າສົນໃຈຄື: ກົດໝາຍວ່າດ້ວຍປ່າໄມ້ (ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2019) ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ປ່າໄມ້ ແມ່ນຂະແໜງເສດຖະກິດ - ເຕັກນິກພິເສດສະເພາະ. ກົດໝາຍວ່າດ້ວຍສິນໃນນ້ຳ (ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2019) ມີບາງບາດກ້າວໃໝ່ເມ່ືອທຽບໃສ່ກົດໝາຍວ່າດ້ວຍສິນໃນນ້ຳປີ 2003…

ຕອບກັບ

ຂ່າວ/ບົດ​ອື່ນ