(vovworld) - ວັນທີ 6/7, ບັນດາໜັງສືພິມໃຫຍ່ຂອງຫວຽດນາມ ໄດ້ໃຫ້ຫຼາຍຂ່າວ ແລະ ບົດກ່ຽວກັບ ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ບົດນຳ “ນຳການພົວພັນມິດຕະພາບ, ການຮ່ວມມືຫວຽດນາມ - ອາເມລິກາ ເຂົ້າໄລຍະພັດທະນາໃໝ່“ ຂອງໜັງສືພິມເຍິນເຢີນ, ກະບອກສຽງຂອງພັກກອມມູນິດຫວຽດນາມ, ໃຫ້ຮູ້ວ່າ, ນີ້ແມ່ນເຫດການສຳຄັນ, ເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຢາມອາເມລິກາ.
ສ່ວນບົດນຳຂອງໜັງສືພິມກວນໂດ້ຍເຍິນເຢີນ, ສຽງຂອງກອງທັບປະຊາຊົນຫວຽດນາມ ດ້ວຍຫົວຂໍ້ວ່າ “ການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ“ ກໍ່ຢືນຢັນວ່າ, ການຢ້ຽມຢາມອາເມລິກາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີຄວາມໝາຍສຳຄັນໃນການຕີລາຄາກ່ຽວກັບການພົວພັນໃນ 20 ປີທີ່ຜ່ານມາ ແລະ ກຳນົດທິດທາງພັດທະນາການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ຊຸກຍູ້ການຮ່ວມມືທຸກດ້ານລະຫວ່າງສອງຝ່າຍ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ.
ສື່ມວນຊົນອາເມລິກາ ແລະ ສາກົນກໍ່ໃຫ້ຫຼາຍຂ່າວ, ບົດກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເນື່ອງໃນໂອກາດການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ສຳນັກຂ່າວສານ AP ຂອງອາເມລິກາ ຢືນຢັນວ່າ, ການຮ່ວມມືທາງດ້ານເສດຖະກິດແມ່ນເສົາຄຳ້ຕົ້ນຕໍໃນສາຍພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ນັບແຕ່ສອງປະເທດສ້າງການພົວພັນເປັນປົກກະຕິກ່ອນນີ້ 20 ປີ ແລະ ນີ້ແມ່ນບຸລິມາສິດຂອງສອງປະເທດເພື່ອຊຸກຍູ້ການພົວພັນໃນໄລຍະປະຈຸບັນ.
ສຳນັກຂ່າວສານ AFP ຂອງຝລັ່ງ ກໍ່ໃຫ້ຂ່າວວ່າ, ນັບແຕ່ປີ 1995, ການຄ້າສອງຝ່າຍລະຫວ່າງອາເມລິກາ - ຫວຽດນາມ ໄດ້ເພີ່ມຈາກ 451 ລ້ານ USD ຂຶ້ນ 35 ຕື້ USD ໃນປີກາຍນີ້. ປະຈຸບັນ, ຫວຽດນາມ ໄດ້ລື່ນກາຍມາເລເຊຍ ແລະ ໄທ, ກາຍເປັນປະເທດອາຊີຕາເວັນອອກສ່ຽງໃຕ້ສົ່ງອອກແຖວໜ້າເຖິງອາເມລິກາ.
ດ້ວຍຫົວຂໍ້ວ່າ: “ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມີການຢ້ຽມຢາມທີ່ເປັນບາດລ້ຽວເຖິງອາມລິກາ“, ສຳນັກຂ່າວສານ Reuters ຂອງອັງກິດ, ເນັ້ນໜັກວ່າ, ຫວ່າງແລ້ວນີ້ໄດ້ມີເຈົ້າໜ້າທີ່ອາເມລິກາ ຫຼາຍທ່ານໄປຢ້ຽມຢາມຫວຽດນາມ, ສິ່ງດັ່ງກ່າວໄດ້ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ໃນຂະນະນັ້ນ, ໜັງສືພິມ Asahi ຂອງຍີ່ປຸ່ນ ກໍ່ມີບົດຂຽນກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ, ໃນນັ້ນຢືນຢັນວ່າ, ສອງປະເທດພວມຊອກຫາວິທີເພີ່ມທະວີການພົວພັນຮ່ວມມື.
ສຳນັກຂ່າວສານຊິນຮວາຂອງຈີນ ກໍ່ໃຫ້ຂ່າວ ກ່ຽວກັບ ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ສື່ສານຂອງຫຼາຍປະເທດຄື: ໄທ, ສິງກະໂປ, ຟີລິບປິນ, ກຳປູເຈຍ… ກໍ່ຄັດສະເໜີບົດຂຽນຂອງ ສຳນັກຂ່າວສານ AP, AFP ກ່ຽວກັບ ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.