ຫາງສຽງສາກົນກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະແລະເຂດໄຫຼ່ທະວີບຂອງຫວຽດນາມ

ຫາງສຽງສາກົນກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະແລະເຂດໄຫຼ່ທະວີບຂອງຫວຽດນາມ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 17/5, ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ​ ​ເຮັດ​ວຽກ​ຢູ່​ແບນ​ຊິກ ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຕໍ່ໜ້າ​ສະຖານ​ທູດ ຈີນ ປະຈຳ ບຣຸກ​ແຊນ ​ເພື່ອ​ຄັດຄ້ານ​ເລື່ອງ ບັງ​ກິ່ງ ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຜິດ​ກົດໝາຍ​ຢູ່​ເຂດ​ໄຫຼ​່ທະວີບ, ​ເຂດ​ເສດຖະກິດ​ຈຳເພາະ​ຂອງ ຫວຽດນາມ​. ​ໃນ​ຈຳນວນ​ຜູ້​​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ, ມີ​ເດັກນ້ອຍ ​ແລະ ​ເພື່ອນ​ມິດ​ແບນ​ຊິກ​ທີ່​ສະໜິດສະໜົມ​ກັບ ຫວຽດນາມ ຫຼາຍ​ຄົນ. ​ໂດຍ​ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ ​ແບນ​ຊິກ ​ເວົ້າພາສາ​ຝຣັ່ງ, ທ່ານ​ Baudouimd de Crombrugghe ​ເນັ້ນ​ໜັກ​ວ່າ: ​ເລ່ື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ຢູ່​ເຂດ​ໄຫຼ​່ທະວີບ, ​ເຂດ​ເສດຖະກິດ​ຈຳເພາະຂອງ ຫວຽດນາມ ​ແລະ ​ເລື່ອງ​ກຳປັ່ນ​ຂອງ ຈີນ ບຸກ​ໂຈມ​ຕີ ກຳ​ປັ່ນ​ຕຳຫຼວດ​ທະ​ເລ ຫວຽດນາມ ​ແມ່ນ​ການ​ກະທຳລະ​ເມີດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ ຫວຽດນາມ ຢ່າງ​ຮຸນ​ແຮງ, ລະ​ເມີດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ອື່ນ​ໆ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​. ການ​ກະທຳ​ນີ້​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ, ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​​ເຈລະຈາ  ​ແກ້​ໄຂ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະ​ທິປະ​ໄຕ​ບົນ​ທະ​ເລດ້ວຍ​ສັນຕິ​ວິທີ, ນາບ​ຂູ່​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ​ໃນ​ຂະນະ​ນັ້ນ, ທ່ານ ຮິ່ງກົງ​ໝີ, ປະທານ​ສະມາຄົມ​​ໃຫຍ່​ຊາວ ຫວຽດນາມ ປະຈຳ ​ແບນ​ຊິກ, ​ໃຫ້​ຮູ້​ວ່າ: ສະມາຄົມ​ໃຫຍ່​ຊາວ ຫວຽດນາມ ຢູ່ ​ແບນ​ຊິກ ຈະ​ສືບ​ຕໍ່ຈັດ​ຕັ້ງ​ງານ​​ໂຮມຊຸມ​ນູມມິດ​ຕິງ​ຕໍ່​ໜ້າ​ສຳນັກງານສະພາ​ເອີ​ລົບ, ພ້ອມ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ ຢູ່​ບັນດາ​ປະ​ເທ​ດ​ຈັດ​ຕັ້ງການ​ເດີນ​ຂະ​ບວນຂະໜາດ​ໃຫຍ່​ເພື່ອ​​ແນ​ໃສ່​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ອອກສຽງ​ ສະໜັບສະໜູນ ຫວຽດນາມ.

        ຢູ່ປະ​ເທດ​ສະ​ວິດ, ທ່ານ​ນາງ Anjuska Weil, ອະດີດ​ກຳມະການ​ຄະນະ​ປະທານ​ພັກ​ແຮງ​ງານ ສະ​ວິດ, ຢັ້ງຢືນ​ຄຳ​ຖະ​ແຫຼ​ງ​ຂອງ ຈີນ ກ່ຽວ​ກັບ​ອະ​ທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຜິດ​ກົດໝາຍ​ສາກົນ. ປະຊາ​ຄົມ​ໂລກ​ຄວນ​ອອກສຽງ​ຮຽກຮ້ອງ​ໃຫ້ ຈີນ ຢຸດຕິ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ເຂົາ​ເຈົ້າ ສຳລັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ໃນ​ທັນທີ, ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ຢູ່ ອີ​ຕາ​ລີ, ບັນດາ​ສະມາ​ຊິກສະພາ​ແຫ່ງ​ຊາດ​ຂອງ ປະ​ເທດ​ນີ້​ໄດ້​ອອກ​ຖະ​ແຫຼ​ງການ​ຢັ້ງຢືນ​ວ່າ: ເພື່ອ​ແກ້​ໄຂ​ບັນດາ​ຄວາ​ມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄວນ​ຊຸກຍູ້​ບັນດາ​ຝ່າ​ຍຕ້ອງ​ຊອກ​ຫາ “ມາດ​ຕະການ​ສັນຕິພາບ ​ແລະ ຮ່ວມ​ມື, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກົດໝາຍ​ວ່າ​ດ້ວຍທະ​ເລ”.

        ​ໃນ​ຂະນະ​ນັ້ນ, ຢູ່ Sydney, ໜັງສືພິມ The Sydney Morning Herad (ຜູ້​ໃຫ້​ຂ່າວ Sydney ຕອນ​ເຊົ້າ) ຂອງ​ອົດ​ສະ​ຕາ​ລີ, ​ໄດ້​ລົງ​ພິມ​ບົດ​ຂຽນ​ຮັບ​ຮູ້​ບັນດາ​ການ​ກະທຳ​ຂອງ ປັກ​ກິ່ງ “​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢ່າ​ງ​​ເປັນອັນ​ຕະລາຍຢູ່​ທະ​ເລ​ຕາ​ເວັນ​ອອກ”


ຂ່າວ/ບົດ​ອື່ນ