ຮ້ານເຈາະນ້ຳມັນຂອງ ຈີນ
(ພາບປະກອບ)
(vovworld) - ກ່າວຄວາມເຫັນທີ່ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກ ໂດຍສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ຈັດຕັ້ງໃນວັນທີ 12/6 . ທ່ານເອກອັກຄະລັດຖະທູດຫວຽດນາມ ເລຮູຍຮ່ວາງ ໄດ້ຮຽກຮ້ອງວົງການນັກການເມືອງ, ນັກຮຽນຮູ້ ແລະ ບັນດານັກການທູດອາຟະລິກາໃຕ້ສະໜັບສະໜູນຄວາມຮຽກຮ້ອງອັນເປັນທຳຂອງຫວຽດນາມ, ອອກສຽງຄັດຄ້ານການກະທຳທີ່ໄຮ້ເຫດຜົນຂອງຈີນ, ຮຽກ ຮ້ອງຈີນຖອນຮ້ານເຈາະນຳ້ມັນໄຮຢາງ - 981 ພ້ອມກັບບັນດາກຳ່ປັ່ນປ້ອງກັນອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ, ພ້ອມທັງຢຸດຕິການເຄື່ອນໄຫວຕ່າງໆທີ່ສົ່ງຜົນສະທ້ອນເຖິງຄວາມສະຫງົບປອດໄພໃນການເດີນທະເລ ກໍ່ຄືສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
ທີ່ການສຳມະນາ, ມີຜູ້ແທນຫຼາຍທ່ານໃນຄະນະທູຕານຸທູດ ໄດ້ສະໜັບສະໜູນການເຄື່ອນໄຫວທີ່ເປັນທຳ, ແຜນນະໂຍບາຍລະງັບໃຈ, ແລະ ການນຳໃຊ້ບັນດາມາດຕະການສັນຕິພາບຂອງຫວຽດນາມ. ທ່ານ Hiroaki Fujiwara, ອັກຄະລັດຖະທູດຍີ່ປຸ່ນປະຈຳອາຟະລິກາໃຕ້, ເນັ້ນໜັກວ່າ ຍີ່ປຸ່ນສະໜັບສະໜູນອາຊຽນ, ເຄົາລົບກົດໝາຍສາກົນ, ຮຽກຮ້ອງໃຫ້ຝ່າຍຕ່າງໆລະງັບໃຈບໍ່ນຳໃຊ້ກຳລັງອາວຸດ. ສ່ວນທ່ານອຸປະທູດ ສະຖານທູດ ຟີລິບປິນ ປະຈຳອາຟະລິກາໃຕ້ Chad Jacinto, ກໍ່ຢືນຢັນວ່າ ຟີລິບປິນຄັດຄ້ານອັນທີ່ເອີ້ນວ່າ “ເສັ້ນລີ້ນງົວ“ ຂອງຈີນ. ນອກນັ້ນ, ນັກຮຽນຮູ້ຫຼາຍທ່ານກໍ່ຖືວ່າຫວຽດນາມສາມາດນຳໃຊ້ບັນດາກົນໄກ, ເວທີປາໄສທີ່ກ່ຽວຂ້ອງຢູ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ… ເພື່ອສືບຕໍ່ສະແຫວງຫາການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ.