ຫາງສຽງສເກົາຫຼີຕີລາຄາ ສູງບົດກ່າວປາໄສຂອງ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ທີ່ສະມັດຊາໃຫ່ຍ ສປຊ
(ພາບ:nguyentandung.org)
(vovworld)- ຕອບສຳພາດຕໍ່ວົງການນັກຂ່າວ, ສາດສະດາຈານວິທະຍາສາດສັງຄົມ Kim Young soon, ມະຫາວິທະຍາໄລ Inha, Incheon ສະເກົາຫຼີ ຜູ້ໄດ້ຄົ້ນຄ້ວາກ່ຽວກັບຫວຽດນາມ ແລະ ວັດທະນະທຳຫວຽດນາມ ເປັນເວລາຫຼາຍປີໄດ້ຢືນຢັນວ່າ: ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ທີ່ສະມັດຊາໃຫ່ຍ ສປຊ ຊຸດທີ 68 ໄດ້ສະແດງໃຫ້ເຫັນນ້ຳໃຈພິລາດອາຫານແຫ່ງຊາດຢ່າງຈະແຈ້ງ. ອາດເວົ້າໄດ້ວ່າ, ສິ່ງສຳຄັນໃນບົດກ່າວປາໄສແມ່ນສານແຫ່ງສັນຕິພາບໃຫ້ແກ່ອາຊີ ແລະ ໂລກ ດ້ວຍຄຳຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງມີຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ ແລະ ພ້ອມກັນສ້າງສັນຕິພາບ.
ໜັງສືພິມ “ເສດຖະກິດຂຽວ“ ສະບັບອອກວັນທີ 5/10 ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ “ຫວຽດນາມ-ປະເທດພວມໄດ້ຮັບຄວາມສົນໃຈດ້ວຍຖານະແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ສປຊ“. ບົດຂຽນໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນ ສປຊ ແລະ ເນັ້ນໜັກວ່າ: “ໃນຊຸມປີມໍ່ໆມານີ້, ຫວຽດນາມ ແມ່ນປະເທດພວມໄດ້ຮັບຄວາມສົນໃຈດ້ວຍການຈະເລີນເຕີບໂຕດ້ານເສດຖະກິດຢ່າງໄວວາ ແລະ ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ສປຊ“.
ໃນຂະນະນັ້ນ, ສາດສະດາຈານ Son Gi-woong ສັງກັດສະຖາບັນຄົ້ນຄ້ວາເອກະພາບສເກົາຫຼີ ມີບົດຮຽນລົງພິມໃນໜັງສືພິມລາຍວັນ “ສິ່ງແວດລ້ອມ“ ໄດ້ໃຫ້ຂໍ້ສັງເກເດວ່າ: “ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ ສະມັດຊາໃຫ່ຍ ສປຊ ຊຸດທີ 68, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເນັ້ນນັກເຖິງບັນດາບັນຫາຄື: ມົນລະພິດສິ່ງແວດລ້ອມ, ການທຳລາຍຊັບພະຍາກອນທຳມະນາຊາດ, ທຳລາຍປ່າ….. ແລະ ຊີ້ອອກວ່າ, ນີແມ່ນປັດໄຈເຮັດໃຫ້ປະເທດຕ່າງໆຕົກເຂົ້າສູ່ສະພາບທຸກຍາກ ແລະ ອຶດຫິວ“.