(vovworld) – ວັນທີ 25/2, ກະຊວງສາທາລະນະລັດ ສ. ເຊັກໂກ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຮັບຮູ້ 2 ກໍລະນີຕິດໄວຣັດ Zika ທຳອິດເພາະຍຸງກັດ. ບັນດາຜູ້ຕິດໄວຣັດລ້ວນແຕ່ແມ່ນແຂກທ່ອງທ່ຽວກັບເມືອປະເທດຈາກເຂດ Caribe ກ່ອນນີ້ 2 ອາທິດ.
ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ ໄດ້ຮັບຮູ້ ກໍລະນີຕິດໄວຣັດ Zika ທຳອິດຢູ່ປະເທດນີ້ ພາຍຫຼັງໄວຣັດນີ້ຖືກແຜ່ລາມລະບາດຜ່ານທາງຍຸງກັດຢ່າງກ້ວາງຂວາງຢູ່ບັນດາປະເທດ ອາເມລິກາ ລາຕີງນັບແຕ່ປີ 2015.
ກໍ່ໃນວັນທີ 25/2, ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ Costa Rica Fernando Llorca ຮັບຮູ້ 2 ກໍລະນີຕິດໄວຣັດ Zika ທຳອິດຢູ່ປະເທດ ອາເມລິກາ ກາງນີ້, ໃນນັ້ນມີກໍລະນີແມ່ນແມ່ຍິງຜູ້ຖືພາ.