ຫຼາຍປະເທດວິຕົກກັງວົນຕໍ່ການຜັນແປຢູ່ທະເລຕາເວັນອອກ

ຫຼາຍປະເທດວິຕົກກັງວົນຕໍ່ການຜັນແປຢູ່ທະເລຕາເວັນອອກ - ảnh 1
(ພາບ​ປະ​ກອບ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 21/11, ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ບັນດາ​ການ​ນຳອາ​ຊຽນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ຈີນ​ຄັ້ງ​ທີ 18, ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ອິນ​ເດຍຄັ້ງ​ທີ 13, ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ອາ​ເມ​ລິ​ກາ​ຄັ້ງ​ທີ 3 ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ +3 (ອາ​ຊຽນ+3 ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ: ຍີ່ປຸ່ນ, ສ​ເກົາຫຼີ ​ແລະ ຈີນ) ຄັ້ງ​ທີ 18. ໜຶ່ງ​ໃນ​ບັນດາ​ບັນ​ຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້​ແມ່ນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຜັນ​ແປ​ຕ່າງໆ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ້ວ​ນີ້ ທີ່​ພວມ​ເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ​ໝັ້ນ ​ແລະ ຂົ່ມຂູ່​ເຖິງ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ຮັກສາສະພາບ​​ແວດ​ລ້ອມ​ສັນຕິ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ ​ແມ່ນ​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ສຳ​ເລັດ​ຜົນ, ທັງ​ແມ່ນຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດຊອບ​ລວມຂອງ​ອາ​ຊຽນກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື ​ແລະ ປະຊາ​ຄົມ​ສາກົນ. ບັນດາ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ການ​ທູດ. ປະຕິບັດ​ບັນດາ​ຫຼັກການ​ລະ​ງັບ​ໃຈ, ບໍ່​ນຳ​ໃຊ້ ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ການ​ແກ່ງ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ພ້ອມ​ທັງ​ສະ​ເໜີ​ບັນດາ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ນຳ​ໃຊ້​ກຳລັງ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງມີ​ປະສິດທິ​ຜົນ ​ແລະ ​ເຈລະຈາ​ເພື່ອ​ບັນລຸປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ທີ່ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ຈີນ​, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ຕ່າງ​ມີ​ຄວາມ​ສົນ​ໃຈ​ເຊັ່ນ: ການ​ຄ້າ, ການ​ລົງທຶນ, ການ​ເງິນ, ການ​ຮັ​ດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ ​ແລະ ການ​ສຶກສາ. ອາ​ຊຽນ ​ແລະ ຈີນ ​ເຫັນ​ດີ​ຈະ​ມານະ​ພະຍາຍາມ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 1.000 ຕື້ USD ​ແລະ ການ​ລົງທຶນ​ສອງ​ຝ່າຍ​ຂຶ້ນ​ລະດັບ 150 ຕື້ USD ​ໃນ​ປີ 2020.

ທີ່ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ອິນ​ເດຍ, ບັນດາ​ການ​ນຳ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຜ່ານ​ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ໄລຍະ 2016 -2020 ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ, ລະບອບ ​ແລະ ມະນຸດ, ພິ​ເສດ​ແມ່ນ​ຊຸກຍູ້​ການ​ປຶ​ກ​ສາ​ຫາລື​ກ່ຽວ​ກັບ​ສັນຍາ​ການ​ຄົມມະນາຄົມ, ການ​ເດີນ​ທະ​ເລ​ອາ​ຊຽນ - ອິນ​ເດຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ການ​ເດີນ​ທະ​ເລ.

ທີ່ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ອາ​ເມ​ລິ​ກາ, ສອງ​ຝ່າຍ​ເຫັນ​ດີ​ຍົກ​ການ​ພົວພັນ​ອາ​ຊຽນ - ອາ​ເມ​ລິ​ກາ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ​ອາ​ຊຽນ - ອາ​ເມ​ລິ​ກາ ​ໃນ​ປີ 2016. ສອງ​ຝ່າຍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ສະກັດ​ກັ້ນ ​ແລະ ຕໍ່ສູ້​ຕ້ານ​ອາດ​​ຊະ​ຍາ​ກຳ​ຂ້າມ​ຊາດ, ພິ​ເສດ​ແມ່ນ​ການ​ກໍ່​ການ​ຮ້າຍ, ການ​ຄ້າ​ມະນຸດ, ການ​ຄ້າ​ເຖື່ອນສັດ, ພືດ​ທີ່​ຫາ​ຍາກ. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ເພີ່ມ​ທະວີ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

ທີ່ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ +3 ບັນດາ​ການ​ນຳ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ ບົນ​ພື້ນຖານ​ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ງານ​ອາ​ຊຽນ+3 (2013-2017). ກອງ​ປະຊຸມ​ເຫັນ​ດີ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິ​ມະ​ສິດ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ການ​ເງິນ, ການ​ສຶກສາ, ການ​ສື່ສານ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ສາທາລະນະ​ສຸກ, ການທ່ອງທ່ຽວ…

ຂ່າວ/ບົດ​ອື່ນ