ອັກຊັງຕິນຈັດການເລືອກຕັ້ງສະພາແຫ່ງຊາດກາງສະໄໝ

ອັກຊັງຕິນຈັດການເລືອກຕັ້ງສະພາແຫ່ງຊາດກາງສະໄໝ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ ອັກຊັງຕິນ ໄປບ່ອນບັດເລືອກຕັ້ງຢູ່ ແຂວງ Buenos Aires
(ພາບ: Reuters)

(vovworld) – ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັກ​ຊັງ​ຕິນ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​​ໃນ​ວັນ​ທີ 27/10 ​ເພື່ອ​ເລືອກ​ຕັ້ງ 1/2 ​ໃນ​ຈຳນວນ ​257 ທີນັ່ງ​ຂອງ​ສະພາ​ຕຳ່ ​ແລະ 1/3 ​ໃນ​ຈຳນວນ 72 ທີ່​ນັ່ງ​ຂອງ​ສະພາ​ສູງ​ຢູ່​ປະ​ເທດ ອາ​ເມ​ລິ​ກາ​​ໃຕ້​ນີ້. ນີ້​ແມ່ນ​ການ​ເລ​ືອກຕັ້ງ​ສະພາ​ແຫ່ງ​ຊາດ​ກາງ​ສະ​ໄໝ​ຄັ້ງ​ທີ 2ຂອງ​ທ່ານ​ປະທານາທິບໍດີ Cristina Fernandez. ຕາມ​ບັນດາ​ນັກ​ໄຈ້​ແຍກ​​ແລ້ວ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຈະ​ບໍ່​ຕ່າງ​ຫຼາຍ​ເມື່ອ​ທຽບ​ໃສ່​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ເມື່ອ​ວັນ​ທີ 11/8. ຕາມ​ນັ້ນ​ແລ້ວ, ​ແນ​ວ​ໂຮມ​ເພື່ອ​ໄຊຊະນະ​ກຳ​ອຳນາດ (FpV) ພ້ອມ​ກັບ​ບັນດາ​ພັກ​ພັນທະ​ມິດ​ຈະ​ສືບ​ຕໍ່​ຍາ​ດ​ໄດ້​ທີ່​ນັ່ງ​ສ່ວນ​ຫຼາຍ​ຢູ່​ທັງ​ສະພາ​ຕຳ່ ​ແລະ ສະພາ​ສູງ ​ແຕ່​ອາດ​ຈະ​ບໍ່​ຍາດ​ໄດ້​ຫຼາຍ​ບັດ​ເລືອກ​ຕັ້ງ​ຢູ່ 5 ທ້ອງ​ຖີ່​ນທີ່ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ສຸດ, ​ໃນ​ນັ້ນ​ມີ​ແຂວງ Buenos Aires ​ແລະ ນະຄອນຫຼວງ Buenos Aires. ໝາກຜົນ​ໃນ​ເບື້ອງ​ຕົ້ນ​​ໄດ້​ຮັບ​ການປະກາດ​ໃນ​ວັນ​ທີ 28/10.

ຂ່າວ/ບົດ​ອື່ນ