ອັງກິດຍົກເລີກຂໍ້ຈຳກັດຮັບສະໝັກພົນທະຫານຈາກກຸ່ມວັດທະນາຖາວອນລວມ

(VOVWORLD) -ວັນທີ 05 ພະຈິກ, ລັດຖະບານອັງກິດ ປະກາດໄດ້ມີການປ່ຽນແປງນະໂຍບາຍໃນການຮັບສະໝັກພົນທະຫານ, ຕາມນັ້ນແລ້ວ ພົນລະເມືອງບັນດາປະເທດໃນກຸ່ມວັດທະນາຖາວອນລວມ ສາມາດເຂົ້າຮ່ວມກຳລັງປະກອບອາວຸດຂອງອັງກິດ ເຖິງວ່າບໍ່ດຳລົງຊີວິດຢູ່ອັງກິດ ກໍ່ຕາມ.

ອັງກິດຍົກເລີກຂໍ້ຈຳກັດຮັບສະໝັກພົນທະຫານຈາກກຸ່ມວັດທະນາຖາວອນລວມ - ảnh 1 ອັງກິດຍົກເລີກຂໍ້ຈຳກັດຮັບສະໝັກພົນທະຫານຈາກກຸ່ມວັດທະນາຖາວອນລວມ

(ພາບ: AFP)

ໃນແຈ້ງການສົ່ງເຖິງສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ Mark Lancaster ໃຫ້ຮູ້ວ່າ, ກະຊວງດັ່ງກ່າວໄດ້ຍົກເລີກເລື່ອງພົນລະເມືອງບັນດາປະເທດດັ່ງກ່າວຕ້ອງອາໄສຢູ່ອັງກິດ ເປັນເວລາ 5 ປີຂຶ້ນໄປຈຶ່ງຮັບໄດ້ສະໝັກເຂົ້າເປັນທະຫານ. ທ່ານ Lancaster ຊີ້ແຈ້ງວ່າ, ດ້ວຍບັນດາການປ່ຽນແປງດັ່ງກ່າວ, ບັນດາໃບສະມັກເຂົ້າເປັນທະຫານຈາກທຸກປະເທດໃນກຸ່ມລ້ວນແຕ່ໄດ້ຮັບຄວາມເຫັນດີ.

        ເຖິງຢ່າງໃດກໍ່ຕາມ, ທ່ານ Lancaster ໄດ້ໃສ່ໃຈວ່າ, ຂໍ້ກຳນົດຈຳກັດພົນລະເມືອງໃນກຸ່ມວັດທະນາຖາວອນລວມເຂົ້າຮ່ວມບັນດາທີ່ຕັ້ງຍຸດທະສາດຢູ່ໃນລະດັບ 15% ຍັງໄດ້ຮັບການຮັກສາຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ