ທ່ານນາງ Theresa May, ນາຍົກລັດຖະມົນຕີ ອັງກິດ
|
(vovworld) – ວັນທີ 20/3, ທ່ານນາງ Theresa May, ນາຍົກລັດຖະມົນຕີ ອັງກິດ ໄດ້ປະກາດຈະເຄື່ອນໄຫວຕາມມາດຕາ 50 ຂອງສົນທິສັນຍາ Lisbon ໃນວັນທີ 29/3 ຈະມາເຖິງຢ່າງເປັນທາງການ, ເພື່ອເລີ່ມຕົ້ນວິວັດການເຈລະຈາກ່ຽວກັບເລື່ອງນຳປະເທດ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ), ທີ່ຍັງເອີ້ນຫຍໍ້ວ່າ Brexit. ສຳນັກຂ່າວສານ ອັງກິດ Reuter ໃຫ້ຮູ້ວ່າ: ລັດຖະບານ ອັງກິດ ກໍ່ໄດ້ປະກາດແນວຄວາມຄິດນີ້ຂອງທ່ານນາງນາຍົກລັດຖະມົນຕີ May ຕໍ່ທ່ານ Donald Tusk, ປະທານສະພາເອີລົບ (EC). ການປະກາດກຳນົດວັນເລີ່ມປະຕິບັດຕາມມາດຕາ 50 ຂອງສົນທິສັນຍາ Lisbon ກ່ຽວກັບ ອີຢູ ໄດ້ຍົກອອກມາພາຍຫຼັງຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ປ່ອນບັດໃນການລົງປະຊາມະຕິເມື່ອເດືອນ 6/2016 ເປັນເວລາ 9 ເດືອນ, ໃນນັ້ນຜູ້ມີສິດເລືອກຕັ້ງສ່ວນຫຼາຍໄດ້ເລືອກເອົາເລື່ອງຖອນອອກຈາກຊາຍຄາລວມ ເອີລົບ. ວິວັດການເຈລະຈາກ່ຽວກັບ Brexit ລະຫວ່າງ ອັງກິດ ແລະ ອີຢູ ອາດຈະແກ່ຍາວເປັນເວລາ 2 ປີ. ຕາມບັນດານັກໄຈ້ແຍກແລ້ວ, ບັນດາການເຈລະຈາທີ່ຈະມາເຖິງ ໄດ້ຮັບການຕີລາຄາວ່າແມ່ນສຳຄັນທີ່ສຸດສຳລັບປະຊາຊົນ ອັງກິດ ທຸກຄົນ ແລະ ລອນດອນ ອາດພຽງແຕ່ບັນລຸໄດ້ຂໍ້ຕົກລົງທີ່ດີກັບ ອີຢູ ໃນຂະນະທີ່ລາຊະອານາຈັກສະຫະພັນ ອັງກິດ ແມ່ນກຸ່ມກ້ອນເອກະພາບ.