ອັງກິດປະກາດຮ່າງກົດໝາຍເພື່ອແນໃສ່ຢຸດຕິລະບຽບການເປັນສະມາຊິກອີຢູຢ່າງເປັນທາງການ

(VOVWORLD) - ວັນທີ 10 ກໍລະກົດ, ອັງກິດ ໄດ້ປະກາດຮ່າງກົດໝາຍຖອນອອກຈາກສະຫະພາບເອີລົບ (ອີຢູ) ຢ່າງເປັນທາງການ, ຫຼື ເອີ້ນວ່າ “ກົດໝາຍວ່າດ້ວຍການຍົກເລິກ”, ເພື່ອແນໃສ່ຢຸດຕິລະບຽບການເປັນສະມາຊິກຂອງອັງກິດ ໃນອີຢູ.
ອັງກິດປະກາດຮ່າງກົດໝາຍເພື່ອແນໃສ່ຢຸດຕິລະບຽບການເປັນສະມາຊິກອີຢູຢ່າງເປັນທາງການ - ảnh 1 (ພາບປະກອບອີນເຕີແນັດ)

ກ່ຽວກັບດ້ານທິດສະດີ, ເລື່ອງອັງກິດ ຖອນອອກຈາກອີຢູ (Brexit) ຈະເລີ່ມດຳເນີນໃນເດືອນ ມີນາ ປີ 2019. ຮ່າງກົດໝາຍກໍ່ຢຸດຕິສິດສູງສຸດຂອງສານຍຸຕິທຳເອີລົບ (ECJ) ຢູ່ອັງກິດ, ພ້ອມທັງຍົກອອກລາຍລະອຽດວິທີການທີ່ລັດຖະບານອັງກິດ ຫັນປ່ຽນ 12.000 ຂໍ້ກຳນົດ ແລະ ກົດໝາຍຂອງອີຢູ ໃນປະຈຸບັນ ໃຫ້ກາຍເປັນກົດໝາຍຂອງອັງກິດ, ຜ່ານນັ້ນຊ່ວຍຮັບປະກັນວ່າ ລາຊະອານາຈັກອັງກິດ ຈະມີ “ລະບົບກົດໝາຍໄດ້ເຄື່ອນໄຫວຢ່າງຄົບຖ້ວນ” ພາຍຫຼັງຖອນອອກຈາກອີຢູ, ສິ່ງດັ່ງກ່າວໝາຍຄວາມວ່າ “ອັງກິດ ອາດຈະຖອກອອກຈາກອີຢູ ໂດຍແນ່ນອນ, ຕໍ່ເນື່ອງ ແລະ ຄວບຄຸມໃນລະດັບສູງສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ