ອັງກິດໃຫ້ຄຳໝັ້ນສັນຍາຍົກເວັ້ນວີຊາເຂົ້າເມືອງໃຫ້ພົນລະເມືອງ ອີຢູ ພາຍຫຼັງ Brexit

(VOVWORLD) - ວັນທີ 17 ສິງຫາ, ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ປະເທດນີ້ຈະຍົກເວັ້ນວີຊາ ເຂົ້າເມືອງໃຫ້ບັນດາພົນລະເມືອງ ສະຫະພາບເອີລົບ (ອີຢູ) ພາຍຫຼັງເຫດການ Brexit. 
ອັງກິດໃຫ້ຄຳໝັ້ນສັນຍາຍົກເວັ້ນວີຊາເຂົ້າເມືອງໃຫ້ພົນລະເມືອງ ອີຢູ ພາຍຫຼັງ Brexit - ảnh 1ພາບປະກອບ 

ແຕ່ເຖິງຢ່າງໃດກໍ່ຕາມ, ແຫຼ່ງຂ່າວຈາກຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ກໍ່ໃຫ້ຮູ້ວ່າ: ສິ່ງດັ່ງກ່າວບໍ່ໝາຍຄວາມວ່າບັນດາພົນລະເມືອງ ອີຢູ ຈະມີສິດອາໄສຢູ່ ອັງກິດ ຕະຫຼອດໄປ. ຢາກຢູ່ອາໄສໄລຍະຍາວຢູ່ ອັງກິດ, ບັນດາພົນລະເມືອງ ອີຢູ ຕ້ອງເຄົາລົບຕາມບັນດາຂໍ້ກຳນົດເຂົ້າເມືອງສະບັບໃໝ່. ບັນດາລັດຖະມົນຕີ ອັງກິດ ທີ່ກ່ຽວຂ້ອງເຖິງບັນຫາເຂົ້າເມືອງໃຫ້ຮູ້ວ່າ: Brexit ຈະຊ່ວຍໃຫ້ລັດຖະບານມີສິດຄວບຄຸມບັນຫາເຂົ້າເມືອງ, ສິ່ງດັ່ງກ່າວບໍ່ມີຄວາມໝາຍວ່າລັດຖະບານຢາກຢຸດຕິເລື່ອງພົນລະເມືອງເຂົ້າ ອັງກິດ, ກົງກັນຂ້າມ ລັດຖະບານ ໄດ້ຢືນຢັນວ່າຈະສືບຕໍ່ອະນຸຍາດໃຫ້ບັນດາບໍລິສັດຮັບສະໝັກບັນດາຄົນງານທີ່ມີສີມືດີຈາກອີຢູ ເຂົ້າເຮັດວຽກຢູ່ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ