ອັງກິດ ສືບຕໍ່ສະຫງວນບຸລິມະສິດ GSP ໃຫ້ແກ່ສິນຄ້ານຳເຂົ້າຈາກຫວຽດນາມ

(VOVWORLD) -ສິນຄ້ານຳເຂົ້າຈາກ ຫວຽດນາມ ໄປຍັງ UK ໄດ້ຊົມໃຊ້ພາສີບຸລິມະສິດ GSP ເມື່ອວິສາຫະກິດນຳເຂົ້າລາຍງານ C/O ແບບຟອມ A ຕາມການກຳນົດ.

ອັງກິດ ສືບຕໍ່ສະຫງວນບຸລິມະສິດ GSP ໃຫ້ແກ່ສິນຄ້ານຳເຂົ້າຈາກຫວຽດນາມ - ảnh 1ບໍລິສັດ Kydo ຫວຽດນາມ ຈຳກັດຜະລິດເຄື່ອງຕ່ຳແຜ່ນຕັດຫຍິບ ສົ່ງໄປຂາຍຢູ່ ອີຢູ 

ພາບ:vietnam+

ຕາມກະຊວງອຸດສາຫະກຳ ການຄ້າຫວຽດນາມແລ້ວ, ການປະກາດຢ່າງເປັນທາງການຈາກລັດຖະບານ ອັງກິດ ຊີ້ແຈ້ງວ່າ ຫວຽດນາມ ຍັງຄົງສືບຕໍ່ນອນໃນບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ບຸລິມະສິດພາສີ GSP ຂອງ UK . ເພາະສະນັ້ນ ສິນຄ້ານຳເຂົ້າຈາກ ຫວຽດນາມ ໄປຍັງ UK ໄດ້ຊົມໃຊ້ພາສີບຸລິມະສິດ GSP ເມື່ອວິສາຫະກິດນຳເຂົ້າລາຍງານ C/O ແບບຟອມ A ຕາມການກຳນົດ.

UK ພຽງແຕ່ຮັບຮອງໃບຢັ້ງຢືນຕົ້ນກຳເນີດສິນຄ້າຕາມກົນໄກ ສະຫະພາບເອີລົບ ສຳລັບສິນຄ້າຂອງຕົນທີ່ປະກາດໃຊ້ ໂດຍອະນຸຍາດໃຫ້ວິສາຫະກິດສົ່ງອອກຢັ້ງຢືນ ຕົ້ນກຳເນີດສິນຄ້າປະກາດໃຊ້ກ່ອນວັນທີ 1 ມັງກອນປີ 2021 ສຳລັບສິນຄ້າສົ່ງໄປຂາຍຢູ່ UK ໃນຮອບເວລາ 12 ເດືອນ ນັບແຕ່ຫລັງວັນທີ 31 ທັນວາປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ