ອົງການກວດກາ ລັດຖະບານເດັດດຽວ ປັບໄໝລົງໂທດຕໍ່ການກະທຳສໍ້ລາດບັງຫຼວງ

ອົງການກວດກາ ລັດຖະບານເດັດດຽວ ປັບໄໝລົງໂທດຕໍ່ການກະທຳສໍ້ລາດບັງຫຼວງ - ảnh 1
(ຜູ້ນຳອົງການ​ກວດກາ​ລັດຖະບານ ທ່ານ ຮີນ​ຟອງ​ແຈງ)

(vovworld) - ​ອົງການແກ້​ໄຂ​ການ​ຮ້ອງຟ້ອງ, ຮ້ອງທຸກ, ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ​ຂອງ​ອົງການ​ກວດກາ​ລັດຖະບານ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ຜູ້ນຳອົງການ​ກວດກາ​ລັດຖະບານ ທ່ານ ຮີນ​ຟອງ​ແຈງ ​ໃນ​ລາຍການ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ” ​ຂອງ​​ໂທລະພາບ​ຫວຽດນາມ ໃນ​ວັນ​ທີ 26/01. ທ່ານ ຮີນ​ຟອງ​ແຈງ ​ໃຫ້​ຮູ້​ວ່າ, ການ​ປ້ອງ​ກັນ, ຕ້ານ​ການສໍ້​ລາ​ດບັງຫຼວງ ​ແມ່ນ​ບັນຫາ​​ເຊິ່ງປະຊາຊົນ​ສົນ​ໃຈ​​ທີ່​ສຸດ. ພັກ, ລັດ ​ແລະ ບັນດາ​ອົງການ​ທີ່​ມີໜ້າ​ທີ່​ໄດ້​ດຳ​ເນີນ​ການ​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ປັບ​ໄໝ​ລົງ​ໂທດບັນດາ​ກໍ່​ລະ​ນີສໍ້​ລາດ​ບັງ​ຫຼວງ. ​ແຕ່​ວ່າ, ປະສິດທິ​ຜົນ​ຍັງ​ບໍ່​ທັນໄດ້​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ. ​ການ​ແຈ້ງ​ຊັບ​ສົມບັດ​ແມ່ນ​ມາດ​ຕະການ​ສະກັດ​ກັ້ນ​ທີ່​ສຳຄັນ. ສະ​ນັ້ນ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ສະບັບ​ປັບປຸງ ​ໄດ້​ມີ​ຈຸດ​ໃໝ່​ຫຼາຍ​ຢ່າງ​ໃນ​ການ​ແຈ້ງ​ຊັບ​ສົມບັດ ​ແລະ ​ເປີດ​ເຜີຍ​ຊັບ​ສົມບັດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນອກຈາກ​ການ​ແຈ້ງ​ຊັບ​ສົມບັດ, ອົງ​ການ​ກວດກາ​ລັດຖະບານ​ພວມ​ມີ​ຮ່າງ​ມະຕິ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ປະກາດ​ເລື່ອງ​ຄວບ​ຄຸມ​ລາຍ​ຮັບ​ຂອງ​ຜູ້​ມີ​ສິດ​ອຳນາດ ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ​້ານການ​ສໍ້​ລາດ​ບັງ​ຫຼວງ. ທ່ານ ຮີນ​ຟອງ​ແຈງ ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ທັນ​ການ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຈະ​ມີ​ບັນດາ​ບາດກ້າວ​​ເດີນ​ໃໝ່.

ຂ່າວ/ບົດ​ອື່ນ