ອົງການໄອຍະການປະຊາຊົນສູງສຸດຫວຽດນາມແລະລາວເພີ່ມທະວີກາຮ່ວມມື
ອົງການໄອຍະການປະຊາຊົນສູງສຸດຫວຽດນາມ
ແລະ ລາວເພີ່ມທະວີກາຮ່ວມມື
(ພາບ: kpl.net.la)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ຄຳສານ ສຸວົງ, ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຈິນກົງຟານ ນຳໜ້າຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 15 – 18/09. ຕອນບ່າຍວັນທີ 15/09, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ມີການພົບປະກັບທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ຄຳສານ ສຸວົງ. ຢູ່ທີ່ນີ້, ຫົວໜ້າອົງການໄອຍະການ ຄຳສານ ສຸວົງ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຮອງຫົວໜ້າອົງການໄອຍະການ ເຈິນກົງຟານ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ຂະແໜງໄອຍະການ 2 ປະເທດຫວຽດນາມ - ລາວ, ພ້ອມທັງເຊື່ອໝັ້ນວ່າ, ອົງການໄອຍະການປະຊາຊົນສູງສຸດຂອງ 2 ປະເທດ ຈະຮ່ວມມືໃນຂົງເຂດຕ່າງໆ ເຊິ່ງທັງ 2 ຝ່າຍໄດ້ເປັນເອກະພາບນຳກັນແລ້ວຢ່າງມີປະສິດທິຜົນກວ່າອີກ.
ກອນໜ້ານັ້ນ, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ມີການເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດລາວ ກ່ຽວກັບການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຍຸຕິທຳລະຫວ່າງ 2 ປະເທດ, ກໍ່ຄືລາຍງານໝາກຜົນວຽກງານຈັດຕັ້ງການປະຕິບັດເອກະສານຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມເມື່ອປີ 2012, ພ້ອມທັງກະກຽມໃຫ້ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີເສັ້ນຊາຍແດນຕິດກັນຂອງ 2 ປະເທດ, ເຊິ່ງຈະຈັດຂຶ້ນໃນປີ 2015 ຢູ່ຫຼວງພະບາງ.