(vovworld) - ວັນທີ 27/8, ອົງຄະນະພັກສຳນັກງານຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ 11 ໃຫ້ແກ່ພະນັກງານ, ສະມາຊິກພັກທີ່ຂຶ້ນກັບອົງຄະນະພັກ. ກອງປະຊຸມໄດ້ຮັບຟັງແນະນຳບັນດາຫົວເລື່ອງສະເພາະກ່ຽວກັບ; ການສະຫຼຸບວຽກງານປະຕິບັດລັດຖະທຳມະນູນປີ 1992 ແລະ ບາງເນື້ອໃນພື້ນຖານທີ່ຄວນໄດ້ຮັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992; ສືບຕໍ່ປະຕິບັດມະຕິສູນກາງຄັ້ງທີ 3 ຊຸດທີ 10 “ເພີ່ມທະວີການຊີ້ນຳນຳພາຂອງພັກທີ່ມີຕໍ່ວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ”; ສະຫຼຸບການປະຕິບັດມະຕິສູນກາງຄັ້ງທີ 7 ຊຸດທີ 9 ກ່ຽວກັບການສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ… ກອງປະຊຸມໄດ້ຊ່ວຍໃຫ້ພະນັກງານ, ສະມາຊິກພັກ, ສະມາຊິກກຳມະບານ ແລະ ສະມາຊິກຊາວໜຸ່ມໃນອົງຄະນະພັກ ກຳແໜ້ນ, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເປົ້າໝາຍ, ຄວາມໝາຍ, ຄວາມສຳຄັນ, ຄວາມຮຽກຮ້ອງ, ເນື້ອໃນຂອງບັນດາມະຕິ, ຂໍ້ສະຫຼຸບ, ບັນດາທັດສະນະແນວຕິດຊີ້ນຳຂອງສູນກາງ, ບົນພື້ນຖານນັ້ນຈັດຕັ້ງການປະຕິບັດມະຕິຢ່າງເຂັ້ມງວດ ແລະ ມິປະສິດທິຜົນ.