ອັດກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ - ảnh 1
ພາບປະກອບ

(vovworld) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ອາທິດ, ຕອນ​ບ່າຍ​ວັນ​ທີ 23/9, ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ຖືກ​ອັດ​ລົງ. ກ່າວ​ຄຳ​ເຫັນ​ທີ່​ທີ່​ພິທີ​ອັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 21, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຮ່າງ​ກົ​ດໝາຍ 14 ສະບັບ, 2 ບົດ​ລາຍ​ງານ​ຕິດຕາມ​ກວດກາ ​ແລະ ບົດ​ລາຍ​ງານ​ອື່ນໆ​ອີກ, ກໍ່​ຄື​ປະກອບຄຳ​ເຫັນ​ກ່ຽວ​ກັບ​ລາຍການ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6. ກອງ​ປະຊຸມຄັ້ງ​​ນີ້​ໄດ້​ຮັບຮອງ​ເອົາ​ລາຍການ​ກະກຽມ​ໃຫ້​ກອງ​ປະຊຸມ​​ລັດຖະສະພາລະຫວ່າງ​ຊາດ​ແຫ່ງ​ໂລກ IPU ​ໃນ​ປີ 2015 ຢູ່ ຫວຽດນາມ ​ແລະ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ຕັກ​ເຕືອນ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອທີ 6 ຈະ​ມາ​ເຖິງ​ຈະ​ໜັກ​ໜ່ວງ​ກ່ວາ ດ້ວຍ​ຫຼາຍ​ລັດຖະນະ​ໂຍບາຍ​ສຳຄັນ, ​ດັ່ງ​ນັ້ນ, ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ ​ແລະ ບັນດາ​ເອກະສານ​ກ່ຽວຂ້ອງ​ຕ້ອງ​ໄດ້​ຮັບ​ການ​ກະກຽມລະອຽດ​ກ່ຽວ​ກັບ​ຄຸນ​ນະພາ​ບຫຼາຍກ່ວາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວ​ວ່າ:

        “​ຮອດ​ຈຸດ​ເວລາ​ນີ້, ໂຄງການ​ສ້າງ​ກົດໝາຍ​ໄດ້​​ເປີດ, ກ້ວາງ​ອອກ​ພໍ​ສົມຄວນ ດັ່ງ​ນັ້ນ​ເລື່ອງ​ຮັບປະກັນ​ຄຸນ​ນະພາ​ບ​ພ້ອມ​ກັບ​ດ້ານ​ຈຳນວນ​ແມ່ນ​ຍາກ, ຕ້ອງ​ອີງ​ໃສ່​​ສະພາບ​ການ​ຕົວ​ຈິງ. ຮອດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ນີ້​ຈະ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ, ຕາມ​ນັ້ນ​ແລ້ວ​ຈຳນວນ​ວຽກ​ງານ​ແມ່ນ​ຫຼາຍ​ຢູ່”

ຂ່າວ/ບົດ​ອື່ນ