ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11 ໄດ້ອັດລົງດ້ວຍຜົນສຳເລັດຢ່າງດີງາມ
|
Vovworld- ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11 ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 10ວັນ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ພິຈາລະນາ,ຕົກລົງ, ໃຫ້ຄຳເຫັນຊີ້ນຳບັນດາບັນຫາຄື : ສືບຕໍ່ປ່ຽນແປງໃໝ່, ສ້າງລະບົບການເມືອງໃຫ້ ສົມບູນແບບ, ປ່ຽນແປງໃໝ່, ເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນ; ຮ່າງປັບປຸງລັດຖະທຳມະນູນປີ 1992; ສະຫຼຸບ 1 ປີ ແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ, ວາງແຜນກຳນົດພະນັກງານຂັ້ນຍຸດທະສາດ; ເປັນເຈົ້າການຮັບມືກັບການປ່ຽນແປງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ ແລະ ບາງບັນຫາທີ່ສຳຄັນອື່ນໆ. ກ່່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເນັ້ນໜັກວ່າ :
“ ເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການນີ້, ຕ້ອງຊາບຊຶມແນວຄິດຂອງປະທານໂຮ່ຈິມິນ ແລະ ບັນດາທັດສະນະຂອງພັກກ່ຽວກັບການ ຂົນຂວາຍປະຊາຊົນ, ມະຫາສາມັກຄີທົ່ວປວງຊົນ, ພິເສດແມ່ນຕ້ອງເຄົບລົບນັບຖື ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງເຕັມສ່ວນ, ຕ້ອງສຸດຈິດສຸດໃຈຕໍ່ການເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ເອົາໃຈໃສ່ເຖິງຜົນປະໂຫຍດໂດຍກົງຂອງປະຊາຊົນ. ດຳເນີນການກໍ່ສ້າງປັບປຸງພັກ, ສ້າງລັດ, ອຳນາດການປົກຄອງໃຫ້ໂປ່ງໃສ, ໝັ້ນຄົງເຂັ້ມແຂງ. ພະນັກງານ, ລັດຖະກອນ,ສະມາຊິກພັກຕ້ອງເດປັນແບບຢ່າງ ເພື່ອໃຫ້ປະຊາຊົນເຊື້ອໝັ້ນ ແລະ ປະຕິບັດຕາມ ”
ກ່ຽງກັບການເພີ່ມທະວີ ແລະ ປ່ຽນແປງໃໝ່ການນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມເນັ້ນໜັກວ່າ ກອງປະຊຸມໄດ້ເປັນເອກະສັນກັນຖືວ່າ ຕໍ່ຈາກ ມະຕິກອງປະຊຸມສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ, ເລື່ອງຄັ້ງນີ້ ສູນກາງພັກໄດ້ປຶກສາຫາລື ແລະ ປະກາດໃຊ້ມະຕິກ່ຽວກັບການ ປ່ຽນແປງໃໝ່ ແລະ ເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນ ແມ່ນຈຳເປັນທີ່ສຸດໃນສະພາບການປະຈຸບັນ.
ມ້ວນທ້າຍບົດກ່າວປາໄສ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມເນັ້ນໜັກວ່າ :
“ ຄວາມຮັບຜິດຊອບຂອງພວກເຮົາພາຍຫຼັງ ກອງປະຊຸມແມ່ນຜັນຂະຫຍາຍປະຕິບັດບັນດາມະຕິ ແລະ ຂໍ້ສະຫຼຸບຂອງສູນກາງຊຶ່ງຫາກໍໄດ້ຮັບການຮັບຮອງເອົາເປັນຢ່າງດີ. ສິ່ງນີ້ ມັນຮຽກຮ້ອງໃຫ້ຕ້ອງມີຄວາມຕັດສິນໃຈຢ່າງສູງ,ຕ້ອງມີວິທີການເຮັດວຽກແບບວິທະຍາສາດ ”