(vovworld) -ຕອນບ່າຍວັນທີ 27/11, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ດຳເນີນວາລະອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ເຂົ້າຮ່ວມວາລະອັດກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈືອງເຕີຊາງ; ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ. ວາລະອັດກອງປະຊຸມໄດ້ຮັບການຖ່າຍຖອດສົດຜ່ານ VOV, ໂທລະພາບຫວຽດນາມ ເພື່ອໃຫ້ຜູ້ມີສິດເລືອດຕັ້ງ, ປະຊາຊົນໃນທົ່ວປະເທດຕິດຕາມ.
ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ.
“ປີ 2016, ເຊິ່ງແມ່ນປີທຳອິດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2016 - 2020), ສະພາແຫ່ງຊາດໄດ້ມີມະຕິຕັດສິນຄາດໝາຍລວມກ່ຽວກັບການພັດທະນາເສດຖະກິດສັງຄົມຂອງປີ 2016 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສູ້ຊົນບັນລຸລະດັບເຕີບໂຕໃຫ້ສູງກວ່າ; ພ້ອມທັງປົວແປງຄຸນນະພາບການເຕີບໂຕ ແລະ ຮັບປະກັນການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານປະຕິບັດບັນດາຄາດໝາຍ, ຈຸດໝາຍລະອຽດ, ສຸມໃສ່ຍູ້ແຮງການປະຕິບັດບັນດາຂອດບຸກທະລຸຍຸດທະສາດ, ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ພັດທະນາຢ່າງຄົບຊຸດ, ມີປະສິດທິຜົນ ແລະ ຮັບປະກັນການເຄື່ອນໄຫວຂອງບັນດາຕະຫຼາດຢ່າງທະລຸລົງ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາວັດທະນະທຳ, ປະຕິບັດຄວາມຍຸຕິທຳດ້ານສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງການຫັນປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເຫັນໄດ້ຊັດ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຕັດສິນໃຈຕໍ່ສູ້, ປົກປັກຮັກສາສັນຕິພາບ ແລະ ປົກປັກຮັກສາອະທິປະໄຕແຫ່ງຊາດ”.