ອັດກອງປະຊຸມສາໄໝສາມັນເທື່ອທີ2ສະພາແຫ່ງຊາດກູຍບາຊຸດທີ8

ອັດກອງປະຊຸມສາໄໝສາມັນເທື່ອທີ2ສະພາແຫ່ງຊາດກູຍບາຊຸດທີ8 - ảnh 1
ສະພາແຫ່ງຊາດ ກູຍບາ
(ພາບ: cubajournal)


(vovworld) – ​​ໃນ​ພິທີ​ອັດ​​ກອງ​ປະຊຸມ​ສາ​ໄໝ​ສາມັນ​ເທື່ອທີ2ສະພາ​ແຫ່ງ​ຊາດ​ກູ​ຍບາ​ຊຸດ​ທີ 8 ເມື່ອ​ວັນ​ທີ 21/12, ສະພາ​ແຫ່ງ​ຊາດ ກູ​ຍບາ​ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​​ແຮງ​ງານ ​ແລະ ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ປີ 2014.

    ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ, ທ່ານ​ປະທານ ກູ​ຍບາ Raul Castro ຢັ້ງຢືນ​ວິວັດ​ການ​​ເຕື້ອງ​ເຖິງ​ຮູບ​ແບບ​ເສດຖະກິດ​ຂອງ ກູ​ຍບາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຖືກຕ້ອງ. ທ່ານ​ປະທານ Raul Castro ຖື​ວ່າ: ບັນດາ​ມາດ​ຕະການ​ເຊິ່ງລັດຖະບານ ກູ​ຍບາ​ຍົກ​ອອ​ກ​ມາ​ຈະ​ປະກອບສ່ວນ​ກຳນົດ​​ການ​ປັບປຸງ​ກົງ​ຈັກ​​ການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ​ແມ່ນ​ເສັ້ນທາງ​ຢ່າງ​ຖືກຕ້ອງ​ເພື່ອ​ໃຫ້ ກູ​ຍບາ ມຸ້ງ​ໄປ​ເຖິງ​ຮູບ​ແບບ “​ເໝາະ​ສົມ ​ແລະ ຫລຸດ​ຜ່ອນ​ການຈັດ​ແບ່ງ​ແບບ​ສະ​ເໝີ”. ທ່ານ Raul Castro ປະກາດ ລັດຖະບານ ກູ​ຍບາ ພວມ​ຮຽບຮຽງ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ​ສະບັບ​ໃໝ່ ​ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ໃນ​ເດືອນ 3/2014.

    ກ່ຽວກັບ​ການພົວພັນ​ຕ່າງ​ປະ​ເທດ, ທ່ານ​ປະທານ Raul Castro ຮັບ​ຮູ້, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ ​ແລະ ກູ​ຍບາ ​ໄດ້​ມີ “ການ​ໂອ້​ລົມ​ສົນທະນາ​ກ່ຽວກັບ​ຜົນ​ປະ​ໂຫຍ​ດລວມ” ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​​ໃຫ້​ຮູ້​ວ່າ: 2 ປະ​ເທດ​ມີ​ແງ່​ຫວັງ​ສືບ​ຕໍ່​ທ່າ​ພັດທະນາ​ຕັ້ງໜ້າ​ນີ້, ຢັ້ງຢືນ​ການ​ພົວພັນ​ແບບ​ສີວິ​ໄລ​ລະຫວ່າງ 2 ປະ​ເທດ​ແມ່ນ​ຄວາມ​ຫວັງ​ລວມຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ