ອັດ​ກອງ​ປະຊຸມ​ໃຫ່ຍພັກ​ປະຊາທິປະ​ໄຕ-ອາ​ເມ​ລິ​ກາ

ອັດ​ກອງ​ປະຊຸມ​ໃຫ່ຍພັກ​ປະຊາທິປະ​ໄຕ-ອາ​ເມ​ລິ​ກາ - ảnh 1

(ພາບ:news.chodientu.vn)

( vovworld ) – ​ວັນ​ທີ 7/9, ຕາມ​ເວລາ​ຫວຽດນາມ, ກອງ​ປະຊຸມ​ໃຫ່ຍທົ່ວປະ​ເທດ​ພັກ​ປະຊາທິປະ​ໄຕ​ໄດ້​ອັດ​ລົງ​ຢູ່​ລັດ North Carolina ດ້ວຍ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ Barack Obama ປະທານາທິບໍດີ​ອາ​ເມ​ລິ​ກາ ຄົນ​ປະຈຸ​ບັນ ຊື່​ງ​ໄດ້​ຮັບ​ການສະ​ເໜີ​ເປັນ​ຜູ້ຕາງໜ້າ​ພັກ​ປະຊາທິປະ​ໄຕພ້ອມ​ກັບ​ທ່ານ Joe Biden ຮອງປະທານາທິບໍດີ​ອາ​ເມ​ລິ​ກາ ຄົນ​ປະຈຸ​ບັນ ອອກ​ຫາ​ສຽງ​ເລືອກ​ຕັ້ງອາຍຸ​ການ​ທີ 2 ​ໃນ​ເດືອນ 11 ທີ່​ຈະ​ມາ​ເຖິງ. ​ໃນ​ບົດ​ກ່າວ​ຄຳ​ປາ​ໄສ​ຮັບ​ຮູ້​ການສະ​ເໜີ​ເລືອ​ຕັ້ງ, ທ່ານ Barack Obama  ​ແລະ Joe Biden ລ້ວນ​ແຕ່​ໄດ້​ເນັ້ນໜັກ​ວ່າ: ​ເມື່ອ​ຂຶ້ນ​ກຳ​ອຳນາດ​​ໃນຕົ້ນປີ 2009, ​​ໃນ​ເວລາ​ກ່ວາ 3 ປີຜ່ານມາ, ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຜ່ານ​ຜ່າ​ໄລຍະ​ຊົ່ວ​ຮ້າຍ​ທີ່​ສຸດ ​ແລະ ພວມ​ຢູ່​ໃນ​ທ່າ​ຟື້ນ​ຟູ. ທ່ານ​ທັງ​ສອງ​ໄດ້​ກຳນົດ​ບັນດາ​ແຜນ​ນະ​ໂຍບາຍ​ຄື​ເພີ່ມ​ທະວີ​ຄວາມ​ສາມາດ​ຜະລິດ ​ແລະ ​ແກ່ງ​ແຍ້​ງຂອງ​ເສດຖະກິດ​ອາ​ເມ​ລິ​ກາ, ສົ່ງ​ເສີມ ​ແລະ ມີ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ສຳລັບ​ບັນດາ​ບໍລິສັດ​ໄດ້​ສ້າງ​ວຽກ​ງ​ເຮັດ​ງານ​ທຳ​ໃຫ້​ຫຼາຍ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ. ຈຸດໝາຍ​ສັງ​ລວມ​ແມ່ນ​ຟື້ນ​ຟູ ​ແລະ ປັບປຸງ​ທີ່​ຕັ້ງອັນ​ດັບ 1 ຂອງ​ອາ​ເມ​ລິ​ກາ ບົນ​ພື້ນຖານ​ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ