ອັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5

ອັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5 - ảnh 1
(ອັດກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ
ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 5)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/08, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 5, ອາຍຸ​ການ 2014 – 2017 ​ໄດ້​ອັດ​ລົງ ພາຍ​ຫຼັງ​ເຮັດ​ວຽກ​ເປັນ​ເວລາ 2 ວັນ ຢູ່​ຮ່າ​ໂນ້ຍ. ດ້ວຍ​ຈິດ​ໃຈ“ນຳ​ໜ້າ​ປ່ຽນ​ໃໝ່ - ​ເຊື່ອມ​ໂຍ​ງຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ”, ກອງ​ປະຊຸມ​ໃຫຍ່​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານງານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຊຸດ​ທີ 5 ດ້ວຍ​ບາງ​​ເນື້ອ​ໃນ​ຈຸດ​ສຸມ​ຄື: ສ້າງ​ເຄືອ​ຂ່າຍ​ອົງການ​ຈັດ​ຕັ້ງ​ສະມາຄົມ​ວິ​ສາ​ຫະກິດ​ໜຸ່ມ​ຫວຽດນາມ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ; ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຫັນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະກິດ​ໜຸ່ມ​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ, ຍົກ​ສູງກຳລັງ​ຄວາມ​ສາມາດ​ແກ່ງ​ແຍ່ງ​ສາກົນ, ຊ່ວຍ​ວິ​ສາ​ຫະກິດພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພິ​ເສດ​ແມ່ນ​ເມື່ອ​ຫວຽດນາມ ​ໄດ້​ລົງ​ນາມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ (TPP) ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

    “ພັກ, ລັດ ສືບ​ຕໍ່​​ເອົາ​ໃຈ​ໃສ່ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ​ຄື​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ສັງຄົມຄວນ​ເຊື່ອ​ໝັ້ນ​ຕໍ່ຕະຫຼາດ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ໜຸ່ມ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີກ​ວ່າ. ສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນັກທຸລະກິດ​ໜຸ່ມ​ຫວຽດນາມ ຈະ​ແມ່ນບັນດາ​ນັກປັນຍາ​ຊົນ. ບັນດາ​ນັກປັນຍາຊົນ​ໃໝ່, ​ນັກທຸລະກິດ​ນັ້ນ ຈະ​ນຳ​ໜ້າ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ໃນ​ການ​ປ້ອງ​ກັນ​ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ແລະ ຈະ​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ຕ້ານ​ການ​ສໍ້​ໂກງການ​ຄ້າ, ຜະລິດ​ສິນຄ້າ​ປອມ ​ແລະ ການ​ຄ້າ​ເຖື່ອນ”.

ຕອບກັບ

ຂ່າວ/ບົດ​ອື່ນ