ອັດການເຈລະຈາຍຸດ ທະສາດແລະເສດ ຖະກິດອາເມລິກາ -ຈີນຄັ້ງທີ 6


ອັດການເຈລະຈາຍຸດ ທະສາດແລະເສດ ຖະກິດອາເມລິກາ -ຈີນຄັ້ງທີ 6 - ảnh 1 

(ພາບ: ຂ່າວສານ​ຊິນ​ຮວາ)

 (vovworld)- ​ ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ອາ​ເມ​ລິ​ກາ-​ຈີນ ຄັ້ງທີ 6 ​ໄດ້​ອັດ​ລົງ​ໃນຕອນຄ່ຳ​ວັນ​ທີ 10/7 ຢູ່​ນະຄອນຫຼວງ​ປັກ​ກິ​ງ ດ້ວຍ​ເລື່ອງ​ສອງຝ່າຍ​ບໍ່​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ບາງ​ບັນຫາ, ພິ​ເສດ​ແມ່ນ​ບັນຫາປ້ອງ​ກັນ​ຄວາມ ໝັ້ນຄົງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ການຂັດ​ແຍ້​ງກັນ​ບົນ​ທະ​ເລ.

  ທີ່​ວາລະ​ອັດ​ການ​ເຈລະຈາ, ທ່ານ John Kerry ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ກ່າວ​ເຕືອນວ່າ: haker ຈີນ ​ໄດ້​ກໍ່ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ແລະ ນາບ​ຂູ່​ລັກສະນະ​​ແກ່ງ​ແຍ້​ງຂອງ​ອາ​ເມ​ລິ​ກາ.

  ນອກຈາກບັນຫາປ້ອງ​ກັນ​ຄວາມໝັ້ນຄົງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ອາ​ເມ​ລິ​ກາ ​ແລະ ຈີນ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ວິທີ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຖະ​ແຫຼ​ງອະທິປະ​ໄຕ​ຕ້ອງ​ມີ​ຄວາມ​ລະງັບ​ໃຈ ​ແລະ ​ເດີນ​ຕາມ​ແນວທາງ​ການ​ທູດ, ສັນຕິພາບ./.

ຂ່າວ/ບົດ​ອື່ນ