ອັດງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015
ອັດງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015
(ພາບ: saigontimes)
(vovworld) – ງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ໄດ້ອັດລົງໃນຕອນຄໍ່າວັນທີ 08/03, ພາຍຫຼັງເຄື່ອນໄຫວມາເປັນເວລາ 2 ວັນ. ງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015 ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03, ຕອບສະໜອງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2015). ຕາມຕົວເລກສະຖິຕິຂອງຄະນະຈັດຕັ້ງ, ໃນ 2 ວັນຈັດງານບຸນ, ໄດ້ມີແຂກ 42.000 ເທື່ອຄົນເຂົ້າຮ່ວມ. ທ່ານ ລ້າກ໋ວກແຄ໋ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ.
“ນີ້ບໍ່ພຽງແຕ່ແມ່ນງານບຸນເສື້ອຍາວ ສຳລັບແມ່ຍິງເທົ່ານັ້ນ ຫາກແມ່ນງານບຸນຊຸດເສື້ອຍາວສຳລັບທຸກໆຄົນອີກ. ດ້ວຍຈຸດປະສົງເຊີດຊູຄຸນຄ່າວັດທະນະທຳ ເຊິ່ງສະແດງອອກຜ່ານຊຸດເສື້ອຍາວຫວຽດນາມ. ແລະໃນມື້ນີ້, ອາດເວົ້າໄດ້ວ່າທຸກໆຄົນທີ່ເຂົ້າຮ່ວມງານບຸນຊຸດເສື້ອຍາວ ກໍ່ຄື ປະຊາຊົນໃນ ນະຄອນລ້ວນແຕ່ມີຄວາມປະທັບໃຈພິເສດຕໍ່ງານບຸນນີ້. ແລະອາດເວົ້າໄດ້ວ່າ, ງານບຸນໄດ້ປະສົບຜົນສຳເລັດຢ່າງຈົບງາມ”.