ອັດງານປະກວດສຽງເພງພື້ນເມືອງຫວຽດນາມຄັ້ງທີ 6 ເຂດພາກໃຕ້


ອັດງານປະກວດສຽງເພງພື້ນເມືອງຫວຽດນາມຄັ້ງທີ 6 ເຂດພາກໃຕ້ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນງານ​​ປະ​ກວດ​ສຽງເພງ​ພື້ນ​ເມືອງ​ຫວຽດ​ນາມ​ຄັ້ງ​ທີ 6 ເຂດ​ພາກ​ໃຕ້

(vovworld)- ຕອນ​ຄ່ຳ​ວັນ​ທີ 9/5, ຢູ່​ນະ​ຄອນ​ກາວ​ແລ້ງ, ແຂວງ​ດົງ​ທາບ ໄດ້​ຈັດ​ພິ​ທີ​ອັດ​ງານ​​ປະ​ກວດ​ສຽງເພງ​ພື້ນ​ເມືອງ​ຫວຽດ​ນາມ​ຄັ້ງ​ທີ 6 ເຂດ​ພາກ​ໃຕ້. ຜ່ານ​ການ​ເຂົ້າ​ຮ່ວມ​ປະ​ກວດ​ສຽງ​ເພງ​ເປັນ​ເວ​ລາ 3 ວັນ ຂອງ​ນັກ​ສິ​ລະ​ປີນ​ສະ​ໝັກຫຼິ້ນ​ທີ່​ມາ​ຈາ​ກ 12 ຄະ​ນະ​ສິ​ລະ​ປະ​ກອນ ຕາງ​ໜ້າ​ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ພາກ​ໃຕ້, ສະ​ພາ​ສິ​ລະ​ປະ​ໄດ້​ເລືອກ​ເອົາ 14 ລາຍ​ການ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເພື່ອ​ສະ​ແດງ, ລາຍ​ງານ​ໃນ​ພິ​ທີ​ສະຫຼຸບ,  ແລະ 5 ລາຍ​ການ​ຈະ​ຖືກ​ສະ​ແດງ​ທີ່​ງານ​ປະ​ກວດ​ທົ່ວ​ປະ​ເທດ​ຢູ່​ແຂວງ ເງະ​ອານ​ໃນ​ວັນ​ທີ 12 /5 ທີ່​ຈະ​ມາ​ເຖິງ. ທ່ານ​ນາງ ຫງວຽນ​ທິມີ້​ລຽມ ປະ​ທານ ສະ​ພາ​ສິ​ລະ​ປະງານ​ປະ​ກວດ​ສຽງ​ເພງ​ໃຫ້​ຮູ້​ວ່າ :

    “ ບັນ​ດາ ຄະ​ນະ​ສິ​ລະ​ປະ​ກອນໄດ້​ພະ​ຍາ​ຍາມ​ສ້າງ​ບັນ​ດາ​ລາຍ​ການ​ດ້ວຍ​ຈິດ​ໃຈ​ຮັກ​ສາ​ຄຸນ​ຄ່າດັ້ງ​ເດີມ​ຂອງ​ສິ​ລະ​ປະ. ສິ່ງ​ທີ່​ພົ້ນ​ເດັ່ນ​ໃນ ງານ​​ປະ​ກວດ​ສຽງເພງ​ພື້ນ​ເມືອງ​ຫວຽດ​ນາມ​ຄັ້ງ​ນີ້ ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປີນ​ໃນ​ເກັ່ນ​ອາ​ຍຸ​ໜຸ່ມ​ຢ່າງຫຼວງຫຼາຍ ”

ຂ່າວ/ບົດ​ອື່ນ