ອັດງານແຂ່ງຂັນມວຍ Teakwondo ສາກົນ ຮົ່ງບາງເປີດກ້ວາງຄັ້ງທີ III ລົງ
(VOVWORLD) -ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ວັນທີ 11 ສິງຫາ, ການແຂ່ງຂັນມວຍ Teakwondo ສາກົນ ຮົ່ງບາງເປີດກ້ວາງຄັ້ງທີ III ຊິງຂັນ ຮົ່ງຈີ໊ຫວຽດນາມ ປີ 2019 ໄດ້ອັດລົງຢູ່ນະຄອນ ດ່ານັ້ງ, ງານແຂ່ງຂັນໂດຍ ສະໂມສອນ Teakwondo ຮົ່ງບາງ ສົມທົບກັບພະແນກ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດ່ານັ້ງ ຈັດຕັ້ງຂຶ້ນ.
ຄະນະຈັດຕັ້ງມອບລາງວັນທົ່ວຄະນະໃຫ້ແກ່ປະເພດກິລາຂະບວນການ (ພາບ: TTXVN)
|
ເຂົ້າຮ່ວມງານແຂ່ງຂັນມີນັກກິລາ ເກືອບ 200 ຄົນ ທີ່ມາຈາກບັນດານະຄອນ, ແຂວງ, ຂະແໜງຕ່າງໆໃນທົ່ວປະເທດ, ໃນນັ້ນມີ ຄະນະນັກກິລາສາກົນ 2 ຄະນະທີ່ມາຈາກປະເທດ ລາວ ແລະ ໄທ. ຜົນງານຂອງການແຂ່ງຂັນໃນປະເພດກິລາຂະບວນການ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ທົ່ວຄະນະໃຫ້ ຄະນະນັກກິລາປະເທດໄທ, ມອບລາງວັນທີ 2 ໃຫ້ຄະນະນັກກິລາສະໂມສອນຮົ່ງເຊີນ, ມອບລາງວັນທີ 3 ໃຫ້ຄະນະນັກກິລາສະໂມສອນຮົ່ງກວາງ,ໃນປະເພດທິມຄະນະນັກກິລາສູນຝຶກແອບແຫ່ງຊາດ ດ່ານັ້ງ ຍາດໄດ້ລາງວັນທີ 1, ສູນຝຶກແອບ ແລະ ບຳລຸງສ້າງນັກກິລາ ດ່ານັ້ງ ຍາດໄດ້ລາງວັນທີ 2 ແລະ ຄະນະນັກກິລາຕຳຫຼວດປະຊາຊົນຍາດໄດ້ລາງວັນທີ 3.