ພາບປະກອບ:internet
|
(vovworld) - ເປັນຄັ້ງທຳອິດ ຫວຽດນາມ ຄວບຄຸມໄດ້ການເພີ່ມຂຶ້ນຂອງອັດຕາສ່ວນທາງເພດເມື່ອເກີດ. ນັ້ນແມ່ນຄຳຢືນຢັນຂອງທ່ານ ເຢືອງກວກຈ້ອງ, ຫົວຫນ້າກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ ສັງກັດກະຊວງສາທາລະນະສຸກ ຫວຽດນາມ ເມື່ອວັນທີ 25/12 ທີ່ພິທີລະນຶກວັນປະຊາກອນ ຫວຽດນາມ ຊຶ່ງດຳເນີນໄປໃນຕອນເຊົ້າວັນທີ 25/12 ຢູ່ ຮ່າໂນ້ຍ. ຕາມທ່ານ ເຢືອງກວກຈ້ອງແລ້ວ, ປີ 2012 ຈຳນວນແມ່ຍິງຖືພາໄດ້ຮັບການກວດພະຍາດກ່ອນອອກລູກ ແລະ ຈຳນວນເດັກໄດ້ຮັບການກວດພະຍາດລ້ວນແຕ່ລື່ນກາຍຄາດໝາຍທີ່ວາງອອກ. ບັນດາຮູບແບບ, ແຜນຮ່າງຍົກສູງຄຸນນະພາບປະຊາກອນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ປີ 2013, ຫວຽດນາມ ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ພິເສດ ແມ່ນຄວາມຮຽກຮ້ອງຄວບຄຸມການເພີ່ມຂຶ້ນອັດຕາທາງເພດເມື່ອເກີດ, ສຸມໃສ່ຍົກສູງຄຸນນະພາບປະຊາກອນ, ຮັບມືຢ່າງເໝາະສົມກັບບັນດາການປ່ຽນແປງໂຄງປະກອບປະຊາກອນ, ດັດປັບລະດັບການເກີດທີ່ຍັງແຕກຕ່າງກັນລະຫວ່າງເຂດ, ພາກ. ກົມໃຫຍ່ປະຊາກອນ ແລະ ການວາງແຜນຄອບຄົວ ຮຽກຮ້ອງໃຫ້ຖັນແຖວພະນັກງານເຮັດວຽກງານປະຊາກອນ, ການວາງແຜນຄອບຄົວໃນທົ່ວປະເທດ ສືບຕໍ່ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ສົມທົບກັບບັນດາພະແນກ, ຂະແຫນງການ, ໝູ່ມະຫາຊົນ, ລະດົມປະຊາຊົນທຸກຊັ້ນວັນນະ ປະຕິບັດນະໂຍບາຍປະຊາກອນຊຶ່ງພັກ, ລັດ ວາງອອກ.