ອິດທິພົນຊື່ສຽງຂອງປະທານາທິບໍດີ ລັດເຊຍ ລ້ວນແຕ່ໄດ້ເພີ່ມຂຶ້ນ

ອິດທິພົນຊື່ສຽງຂອງປະທານາທິບໍດີ ລັດເຊຍ   ລ້ວນແຕ່ໄດ້ເພີ່ມຂຶ້ນ - ảnh 1

ນາຍົກລັດຖະມົນຕີລັດ​ເຊຍ V.Putin

ພາບ:baotintuc.vn

 ( vovworld ) –ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ລັດ​ເຊຍ ລາຍ​ງານ​ວ່າ: ​ໃນ 2 ອາທິດ​ຕົ້ນ​ເດືອນ 2/2012, ດັດຊະນີ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະທານາທິບໍດີ​ລັດ​ເຊຍ D.Metvedev ແລະ ​ນາຍົກລັດຖະມົນຕີລັດ​ເຊຍ V.Putin ​ ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ. ພິ​ເສດ, ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ສະໜັບສະໜູນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ປະທານາ​ທິບໍດີ ​ທ່ານ Putin ​ໄດ້​ຂຶ້ນ​ເຖິງ 55% ​ແລ້ວ, ຮັບປະກັນ​ໃຫ້​ທ່ານ​ສາມາດ​ຍາດ​​ໄດ້ໄຊຊະນະ​ໃນ​ຮອບ​ທຳ​ອິດ. ນີ້​ແມ່ນ​ຕົວ​ເລກ​ຢັ່ງຫາງ​ສຽງຫລ້າ​ສຸດ ​ໂດຍ​ສູນ​ຄົ້ນຄ້ວາ​ຫາງ​ສຽງ​ທົ່ວ​ປະ​ເທດ​ລັດ​ເຊຍ ຫາ​ກໍ​ປະກາດ. ​ແລະ​ ກໍ​ຕາມຕົວ​ເລກ​ຫລ້າ​ສຸດ​ໂດຍ​ອົງການ​ນີ້​ປະກາດ​ແລ້ວ, ດັດຊະນີ​ອິດ​ທິພົນ​ຊື່​ສຽງສຳລັບ​ການ​ເຄື່ອນ​ໄຫວ​ຂອງປະທານາທິບໍດີ​ລັດ​ເຊຍ D.Metvedev ​ໃນ​ອາທິດ​ຜ່ານ​ມາ​ກໍ​ໄດ້​ເພີ່ມ​​ແຕ່ 55,8% ຂຶ້ນ​ເຖິງ 59,4%. ສ່ວນ​ສຳລັບ​ທ່ານ​ນາຍົກ​ລັດຖະມົນຕີ​ Putin ໄດ້​ເພີ່ມ​ແຕ່ 59,8% ຂຶ້ນ​ເຖິງ 62%. ຕາມ​ວົງ​ການ​ນັກ​ສັງ​ເກ​ດການ​ແລ້ວ, ທ່ານ Putin ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກໍ​ຍ້ອນ​ວ່າ ​ໃນ​ຫຼາຍ​ປີຜ່ານມາ, ທ່ານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດຂອງ​ຕົນ ​ໃນ​ການ​ຊີ້​ນຳ​ນຳພາ, ການ​ຄຸ້ມ​ຄອງ ​ແລະ ມີການ​ເຄື​ອ່ນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ