ອັດ​ວາ​ລະ​ປະ​ຊຸມເທື່ອ​ທີ 8 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 17 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນພິທີອັດວາລະປະຊຸມເທື່ອທີ 8, ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ.
ອັດ​ວາ​ລະ​ປະ​ຊຸມເທື່ອ​ທີ 8 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີອັດ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ສຳລັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຕ້ອງປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່, ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍສັບຊິນທາງປັນຍາ.

     ຄະນະປະຈຳສະພາແຫ່ງຊາດກໍໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງລັດຖະບານກ່ຽວກັບການເພີ່ມຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022, ຍື່ນສະເໜີຕໍ່ສະພາແຫ່ງຊາດປະກອບຄຳເຫັນໃນກອງປະຊຸມເທື່ອທີ 3, ເພື່ອຮັບຮອງເອົາໃນກອງປະຊຸມເທື່ອທີ 4.

     ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາບົດລາຍງານກ່ຽວກັບໝາກຜົນເບື້ອງຕົ້ນຂອງການຜັນຂະຫຍາຍຫົວເລື່ອງຕິດຕາມກວດກາ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນຜັງມີຜົນບັງຄັບໃຊ້”; ປະກອບຄໍາເຫັນກ່ຽວກັບການເລືອກເອົາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອດຳເນີນການຕິດຕາມກວດກາໃນໄລຍະຈະມາເຖິງ.


 

ຕອບກັບ

ຂ່າວ/ບົດ​ອື່ນ