ກໍ່ສ້າງກຳແພງຊາຍແດນໃໝ່ທາງບົກລະຫວ່າງອິດສະຣາແອນ ແລະ ອີຢີບ
(ພາບ: yourmiddleeast)
(vovworld) - ວັນທີ 11/07, ກອງທັບ ອິດສຣາແອນ ໃຫ້ຮູ້ ພວມມີແຜນການກໍ່ສ້າງກຳແພງປ້ອງກັນຄວາມສະຫງົບຢູ່ທະເລ ທີ່ສູງປະມານນັບສິມແມດ ເພື່ອຂັ້ນແບ່ງ 2 ນະຄອນແຄມຝັ່ງທະເລແດງ ແມ່ນ Eilat (ອິດສຣາແອນ) ແລະ Taba (ອີຢີບ), ໃນສະພາບທີ່ຂາດສະຖຽນລະພາບຢູ່ອີຢີບ ແລະ ສະພາບວຸ້ນວາຍທີ່ພວມເພີ່ມຂຶ້ນໃນແຫຼມ Sinai ນັ້ນ. ແຜນການນີ້ແມ່ນໄລຍະສຸດທ້າຍຂອງໂຄງການເພີ່ມທະວີຄວາມສະຫງົບຢູ່ຊາຍແດນອິດສຣາແອນ ຈະໄດ້ຮັບການກໍ່ສ້າງໃນປີ 2014 ດ້ວຍການສົມທົບຂອງອີຢີບ. ພ້ອມກັນນັ້ນ, ເລື່ອງກໍ່ສ້າງກຳແພງຊາຍແດນໃໝ່ທາງບົກລະຫວ່າງອິດສະຣາແອນ ແລະ ອີຢີບ ພວມຢູ່ໃນໄລຍະສຸດທ້າຍ ແລະ ຕາມການຄາດນະເນແລ້ວ, 2 ຝ່າຍຈະສຳເລັດການກໍ່ສ້າງກຳແພງໃໝ່ນີ້ໃນຕົ້ນປີ 2014. ເຂດຊາຍແດນນີ້ແມ່ນເຂດທີ່ມີຄວາມສະດຸງໄວ ແລະ ບັນດາທະຫານປະກອບອາວຸດສາມາດແຊກແຊງເຂົ້າໄດ້ຢ່າງງ່າຍດາຍ. ໃນອາທິດກອນ, ບັນດາທະຫານມຸດສະລິມ ໄດ້ຍິງລູກສອນໄຟ Grad ລູກໜຶ່ງ ຈາກແຫຼມ Sinai ຂອງອີຢີບ ທາງທິດເໜືອນະຄອນ Eilat ເຂົ້າ ແຕ່ບໍ່ເກີດຄວາມບາດເຈັບລົມຕາຍ.