ອິດສຣາແອນ ອະນຸມັດຜ່ານຂໍ້ຕົກລົງສົ່ງອາຍແກັສ ໄປຍັງ ຈໍແດນ

ອິດສຣາແອນ ອະນຸມັດຜ່ານຂໍ້ຕົກລົງສົ່ງອາຍແກັສ ໄປຍັງ ຈໍແດນ - ảnh 1
(ພາບປະກອບ: FLASH90)

(vovworld) – ວັນ​ທີ 02/04, ທ່ານ​ນາຍົກລັດຖະມົນຕີ ອິດສຣານ​ແອນ Benjamin Neranyahu ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຫຼ່ງນ້ຳ, ພະລັງງານ ​ແລະ ພື້ນຖານ​ໂຄງ​ລ່າງ​ອິດສຣາ​ແອນ Silvan Shalon ​ໄດ້​ອະນຸມັດ​ຜ່ານ​ຂໍ້​ຕົກລົງ​ສົ່ງ​ອອກ​ອາຍ​ແກັສ ​ໄປ​ຍັງ ຈໍ​ແດນ. ​ເລື່ອງອະນຸມັດ​ຜ່ານ​ຂໍ້​ຕົກລົງຂັ້ນ​ລັດຖະມົນຕີນີ້ ດຳ​ເນີນ​ໄປ​ພາຍຫຼັງທີ່ 2 ຝ່າຍ​ປະກາດ​ແຜນການ​ຂົນ​ສົ່ງອາຍ​ແກັສນັບ​ຕື້ແມດກ້ອນ ​ຈາກ​ບໍ່ນ້ຳມັນອາຍ​ແກັສ Tamar ຢູ່​ທະ​ເລ​ເມ​ດີ​​ເຕຣາ​ເນ ​ແຕ່ຕົ້ນ​ເດືອນ 02/2014. ຂໍ້​ຕົກລົງ​ມີ​ມູນ​ຄ່າ​ເກືອບ 500 ລ້ານ USD ດັ່ງກ່າວ​ຂອງ​ອິດສຣາ​ແອນ​ ຈະ​ສະໜອງ​ອາຍ​ແກັດ​​ເກືອບ 2,2 ຕຶ້ແມດກ້ອນຂອງ​ອິດສຣາ​ແອນ ໃຫ້ 2 ບໍລິສັດ Jordan Arab Potash ​ແລະ Jordan Bromine ​ໃນ​​​ໄລຍະ 15 ປີ. ທ່ານ​ລັດຖະມົນຕີ Shalon ຖື​ວ່າ, ນີ້​ແມ່ນ​ຂໍ້​ຕົກລົງ​ມີລັກສະນະ​ປະຫວັດສາດ ​ແລະ ມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ອິດສຣາ​ແອນ, ​ເປີດ​ປະ​ຕູ​ໃໝ່​ໃຫ້​ບັນດາ​ຂໍ້​ຕົກລົງ​ຄັ້ງ​ຕໍ່​ໄປ​ກັບປະ​ເທດ​ຕ່າງໆ​ໃນພາກພື້ນ.

ຂ່າວ/ບົດ​ອື່ນ