ອົດສະຕາລີປາດຖະໜາຢາກເສີມຂະຫຍາຍຈົນສຸດຄວາມສາມາດຂອງການພົວພັນກັບຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ Scott Morrison ໃຫ້ຮູ້ວ່າ, ຈຸດສຸມຂອງການຢ້ຽມຢາມຫຽດນາມ ໃນຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ.

ອົດສະຕາລີປາດຖະໜາຢາກເສີມຂະຫຍາຍຈົນສຸດຄວາມສາມາດຂອງການພົວພັນກັບຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ Scott Morrison

(ພາບປະກອບ: TTXVN)

ກ່ອນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 22 – 24 ສິງຫາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ຈຸດສຸມຂອງການຢ້ຽມຢາມ ກໍຄືທິດທາງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ Scott Morrison ໃຫ້ຮູ້ວ່າ, ຈຸດສຸມຂອງການຢ້ຽມຢາມຫຽດນາມ ໃນຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ປາດຖະໜາຢາກໄດ້ເຮັດວຽກກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເພື່ອຢືນຢັນວິທີເຮັດໃຫ້ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ເປີດກວ້າງ, ເລິກເຊິ່ງກວ່າ.

        ໃນປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງປະທານອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ເນັ້ນໜັກວ່າ, ນັບທັງອົດສະຕາລີ ແລະ ຫວຽດນາມ ລ້ວນແຕ່ຢາກເຫັນພາກພື້ນມະຫາສະມຸດອິນເດຍ - ອາຊີປາຊີຟິກ ມີຍຸດທະສາດທີ່ປອດໄພ, ຮັບປະກັນສະຖຽນລະພາບດ້ານເສດຖະກິດ ແລະ ມີອະທິປະໄຕກ່ຽວກັບດ້ານການເມືອງ. ອົດສະຕາລີ ປາດຖະໜາຢາກໄດ້ເຮັດວຽກກັບຫວຽດນາມ ໃນໂຄງການດຳເນີນງານກ່ຽວກັບອາຊຽນ ໃນປີ 2020 ແລະ ເຮັດວຽກກັບຫວຽດນາມ ໃນອາຍຸການເປັນສະມາຊິກຂອງ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ