(ພາບ: laodong.com.vn)
(VOV)- ວັນທີ 22/11, ທ່ານ Ehud Barak ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຮາແອນ ກ່າວເຕືອນວ່າ, ປະເທດນີ້ອາດຈະດຳເນີນການບຸກໂຈມຕີເຂົ້າເຂດກາຊາ ຄືນໃໝ່ໃນບໍ່ວ່າຈຸດເວລາໃດ ຖ້າຫາກວ່າຂໍ້ຕົກລົງຢຸດຍິງກັບຂະບວນການອິດສະລາມປະກອບອາວຸດຮາມາສ ຖືກປະລາໄຊ. ທ່ານ Ehud Barak ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວ ພາຍຫຼັງຂໍ້ຕົກລົງຢຸດຍິງລະຫວ່າງອຳນາດການປົກຄອງອິດສະຣາແອນ ແລະ ຮາມາສ ຊື່ງພວມຄວບຄຸມເຂດກາຊາ ມີຜົນສັກສິດນັບແຕ່ເວລາ 19 ໂມງ ຂອງວັນທີ 22/11 ຕາມໂມງ GMT ຖືກລະເມີດດ້ວຍການຍິງລູກຈະຫຼວດ 12 ລູກຈາກເຂດກາຊາ ໃສ່ເຂດດິນແດນຂອງອິດສະຣາແອນ ພຽງ 2,3 ຊົ່ວໂມງ . ທ່ານ Ehud Barak ຖືວ່າ, ໃນກໍລະນີທີ່ບັນດາການຍິງລູກປືນໃຫ່ຍ ແລະ ການເກາະຜິດສືບຕໍ່ເກີດຂຶ້ນ, ອິດສະຣາແອນ ຈະພິຈາລະນາຄວາມສາມາດສືບຕໍ່ການເຄື່ອນໄຫວດ້ານການທະຫານຕ່າງໆຢູ່ເຂດກາຊາ ຍ້ອນວ່າ ຂໍ້ຕົກລົງຢຸດຍິງດັ່ງກ່າວບໍ່ແມ່ນສົນທິສັນຍາທາງການລະຫວ່າງອິດສະຣາແອນ ແລະ ຮາມາສ ທີ່ບັນລຸໄດ້ຜ່ານການເຈລະຈາ.