ອິດສະຣາແອນເດັດດຽວສະກັກກັ້ນ ຄວາມມຸ້ງຫວັງດ້ານນິວເຄຼຍຂອງອີຣານ

ອິດສະຣາແອນເດັດດຽວສະກັກກັ້ນ ຄວາມມຸ້ງຫວັງດ້ານນິວເຄຼຍຂອງອີຣານ - ảnh 1
(ພາບປະກອບ:
autotintuc.com)

(vovworld)-​ ​​ອິດສະຣາ​ແອນ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ອີຣານ ບັນລຸ​ໄດ້​ບັນດາ​ຄວາມ​ມຸ້ງ​ຫວັງ​ດ້ານນິວ​ເຄຼຍຂອງ​ຕົນ. ທ່ານ Ehud Barak ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິດສະຣາ​ແອນ ​ໄດ້​ປະກາດ​ຄື​ດັ່ງກ່າວ​ເມື່ອ​ວັນ​ທີ 3/3 ​ໃນ​ເວທີ​ປາ​ໄສ​ຂອງ​ອາ​ເມ​ລິ​ກາ ​ແລະ ອີດ​ສະຣາ​ແອນ ຢູ່​ນະຄອນ​ຫຼວງ​ວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຄະນະ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ ​ອາ​ເມ​ລິ​ກາ-ອີດ​ສະຣາ​ແອນ, ທ່ານ​ລັດຖະມົນຕີ Ehud Barak ​ເນັ້ນໜັກ​ວ່າ: ​ເລື່ອງ​ອີຣານ ປະຕິບັດ​ໂຄງການ​ນິວ​ເຄຼຍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫ່ຍຫຼວງ​ບໍ່​ພຽງ​ແຕ່​ສຳລັບ​ອິດສະ​ຮາ​ແອນ ​ເທົ່ານັ້ນ,  ຫາກ​ຍັງ​ທັງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ ​ແລະ ​ໂລກອີກ​ດ້ວຍ. ວົງ​ການ​ເຈົ້າໜ້າ​ທີ່ Tel Aviv ຍັງ​ສະ​ແດງ​ຄວາມ​ສົງ​ໃສ​ຕໍ່​ເລື່ອງກຸ່ມ P5+1 ​ແລະ​ ອີຣານ ສາມາດບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ການ​ເຈລະຈາ​ຄັ້ງຕ່າງໆ​ກ່ຽວ​ກັບ​ບັນຫາ​ນີ້.

 

 

 

 

 

 

ຂ່າວ/ບົດ​ອື່ນ