(vovworld) - ຕໍ່ໜ້າແຜນການຂອງສະຫະພາບເອີລົບ (ອີຢູ) ທີ່ຫ້າມບັນດາປະເທດສະມາຊິກພົວພັນແລກປ່ຽນກັບເຂດຕັ້ງຖິ່ນຖານຄົງທີ່ຂອງ ຊາວຢິວ, ຜູ້ຕາງໜ້າຂອງລັດຖະບານ ອິດສະຣາແອນ ໄດ້ພົບປະກັບເອກອັກຄະລັດຖະທູດ ອັງກິດ, ຝຣັ່ງ ແລະ ຮອງຜູ້ຕາງໜ້າເຢຍລະມັນເພື່ອສະແດງຄວາມວິຕົກວັງວົນຕໍ່ແຜນການດັ່ງກ່າວຂອງ ອີຢູ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ຕຳນິຕິຕຽນຂໍ້ຕົກລົງດັ່ງກ່າວ, ຖືວ່າ ສະຫະພາບເອີລົບ ຄວນສຸມໃສ່ເຂົ້າບັນດາບັນຫາເປັນໜ້າວິຕົກວັງວົນຢູ່ພາກພື້ນຄື: ວິກິດການຢູ່ ຊີຣີ ແລະ ຄົງການນິວເຄຼຍຂອງ ອີຣານ, ແທນທີ່ນະໂຍບາຍຕັ້ງຖິ່ນຖານໂຄງທີ່ຂອງ ອິດສະຣາແອນ. ທ່ານກໍ່ກ່າວເຕືອນລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ John Kerry ທີ່ພວມປະຕິບັດງານເຖິງຕາເວັນອອກກາງວ່າ: ອີຢູ ພວມທຳລາຍບັນດາຄວາມມານະພະຍາຍາມເລີ່ມດຳເນີນຮອບເຈລະຈາໂດຍກົງລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ.