ອິດສະຣາແອນ ສ້າງແຜນການ ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່

ອິດສະຣາແອນ ສ້າງແຜນການ ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ - ảnh 1
(ເຂດ​ຕັ້ງ​ຖິ່ນຖານ​ຄົງ​ທີ່ໜຶ່ງຂອງອິດສະຣາ​ແອນ)

(vovworld) -     ວັນ​ທີ 12/11, ອົງການ​ຕິດຕາມ​ພົນລະ​ເມືອງ​ຕັ້ງ​ຖິ່ນ​ຖານ Pasce Now ​ໃຫ້​ຮູ້​ວ່າ, ອິດສະຣາ​ແອນ ພວມ​ສ້າງ​ແຜນການ​ເປີດ​ກວ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ Iramar ຢູ່​ທາງ​ທິດ​ເໜືອ​ເຂດ​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ຖ້າ​ຫາກ​ແຜນການ​ນີ້​ຖືກ​ຮັບຮອງ​ເອົາ, ຈຳນວນ​ເຮືອນ​ຢູ່ ຢູ່​ເຂດ​ນີ້​ຈະ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ ​ແຕ່ 137 – 675 ຫຼັງ. ຕາມ​ໂຄສົກ​ຂອງ Pasce Now ທ່ານ Amihai ​ແລ້ວ, ​​ຄະນະ​ກຳມະການກະຊວງ​ປ້ອງ​ກັນ​ປະ​ເທດ ຈະ​ຖືກ​ຮຽກ​ໂຮມ​ໃນ​ວັນ​ທີ 14/11 ​ເພື່ອ​ຜັນ​ຂະຫຍາຍ​ການ​ກະກຽມ​ໃຫ້​ແກ່​​ແຜນການ​ດັ່ງກ່າວ. ​ແຕ່​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ ຈຸດ​ສຸມ​ຂອງ​ການ​ປະຊຸມ​​ແມ່ນ​ຈະປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ຮັບຮອງ​ເອົາ​​ເຂດ​ເຮືອນ​ເຊິ່ງ​ໄດ້​ຮັບ​ການ​ກໍ​ສ້າງ ​ແລະ ບັນດາ​ແຜນການ​ເປີດ​ກວ້າງ​ເຊິ່ງ​ປະຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ເປັນ​ຕົ້ນ​ຕໍ. ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຮູ້​ວ່າ ​ແຜນການ​ເປີດ​ກວ້າງ​ເຂດ​ຕັ້ງ​ຖິ່ນຖານ​ຄົງ​ທີ​ຂອງ ອິດສະຣາ​ແອນ ອາດ​ກ່ຽວຂ້ອງ​ເຖິງ​ເລືອງ ປາ​ແລດ​ສະຕິ​ນ ພວມ​ມານະ​ພະຍາຍາມ​ຊຸກຍູ້​ເລື່ອງ​ເຂົ້າ​​ເປັນ​ສະມາຊິກ​ຂອງສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ