ອິດສະຣາແອນ ອອກຖະແຫຼງການ ເອົາປະຊາມະຕິກ່ຽວກັບຂ້ໍຕົກລົງກັບປາແລດສຕິນ
(ພາບປະກອບ)
(vovworld) - ວັນທີ 02/05, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໃຫ້ຮູ້ວ່າ ຖ້າຫາກບັນລຸໄດ້ຂໍ້ຕົກລົງສັນຕິພາບກັບປາແລດສຕິນ, ທ່ານຈະຈັດ ການເອົາປະຊາມະຕິກ່ຽວກັບທຸກໆມາດຕາ ໃນຂໍ້ຕົກລົງສັນຕິພາບລະຫວ່າງ 2 ປະເທດ. ການເຈລະຈາສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສຕິນ ຖືກຢຸດສະງັກ 4 ກວ່າປີຜ່ານມາແລ້ວ ແຕ່ບັນຫາເອົາປະຊາມະຕິພັດແມ່ນບັນຫາທີ່ກໍຄວາມໂຕຖຽງກັນຫຼາຍ ໃນຫາງສຽງ ອິດສະຣາແອນ ໃນໄລຍະມໍ່ໆມານີ້. ມີຄຳເຫັນຖືວ່າ ຂໍ້ຕົກລົງສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສຕິນ ຄວນໃຫ້ບັນດາສະມາຊິກສະພາແຫ່ງຊາດ ອິດສະຣາແອນ ຕັດສິນ ແລະ ຍັງມີຄຳເຫັນຖືວ່າ ຄວນຈັດການເອົາປະຊາມະຕິເພື່ອຮັບເອົາຄຳເຫັນຂອງປະຊາຊົນ ອິດສະຣາແອນ ເປັນຈຳນວນຫຼວງຫຼາຍ ກ່ຽວກັບຂໍ້ຕົກລົງສັນຕິພາບນີ້.
ປີ 2010, ອິດສະຣາແອນ ໄດ້ຮັບຮອງເອົາຮ່າງກົດໝາຍກ່ຽວກັບເລື່ອງເອົາປະຊາມະຕິທີ່ກ່ຽວຂ້ອງເຖິງບັນດາຂໍ້ຕົກລົງເອົາດິນແລກເອົາສັນຕິພາບ. ຕາມນັ້ນແລ້ວ, ບໍ່ວ່າລັດຖະບານໃດຢາກລົງນາມໃນຂໍ້ຕົກລົງສັນຕິພາບ ເພື່ອມອບຄືນບັນດາເຂດດິນແດນຢູ່ທິດຕາເວັດອອກ Jerusalem, ເຂດພູພຽງ Golan ຫຼື ບໍ່ວ່າເຂດດິນແດນແຫ່ງໃດໆພາຍໃນປະເທດ ອິດສະຣາແອນ ຈະບໍ່ສາມາດປະຕິບັດໄດ້ ຖ້າຫາກບໍ່ໄດ້ຮັບການອະນຸມັດຜ່ານຈາກສະພາແຫ່ງຊາດ ຫຼື ຜ່ານການເອົາປະຊາມະຕິໃນທົ່ວປະເທດ. ການເຄື່ອນໄຫວນີ້ຂອງ ອິດສະຣາແອນ ຖືກຕີລາຄາວ່າ “ໄດ້ກໍຄວາມກີດຂວາງໃໝ່ຕື່ມອີກ” ໃຫ້ແກ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.