(vovworld) – ວັນທີ 21/5, ທີ່ກອງປະຊຸມຂອງກຳມາທິການການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ອິດສະຣາແອນ, ທ່ານນາງ Tzipi Livni, ລັດຖະມົນຕີກະຊວງຍຸຕິທຳ ທັງເປັນຫົວໜ້າຄະນະເຈລະຈາສັນຕິພາບຂອງ ອິດສະຣາແອນ ໃຫ້ຮູ້ວ່າ: ອິດສະຣາແອນຈະດຳເນີນການປຶກສາຫາລືກັບ ອາເມລິກາ ກ່ຽວກັບການຟື້ນຟູບັນດາການເຈລະຈາສັນຕິພາບກັບຊາວ ປາແລດສະຕີນ. ຄຳຖະແຫຼງດັ່ງກ່າວຂອງທ່ານນາງ Livni ໄດ້ຍົກອອກມາກ່ອນການຢ້ຽມຢາມ ອິດສະຣາແອນ ແລະ ປາແລດສະຕີນ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແຕ່ວັນທີ 23 ຫາ 24/5 ຈະມາເຖິງເພື່ອດຳເນີນການເຈລະຈາສະເພາະກັບການນຳ 2 ຝ່າຍເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ບັນດາການເຈລະຈາສັນຕິພາບ ຕາເວັນອອກກາງ ຄືນໃໝ່. ຕາມທ່ານທາງ Livni ແລ້ວ, ຈຸດໝາຍຂອງການປຶກສາຫາລືແມ່ນເພື່ອດຳເນີນການເຈລະຈາໂດຍກົງກັບຊາວ ປາແລດສະຕີນ ແລະ ນີ້ແມ່ນມາດຕະການພຽງອັນດຽວ ສຳລັບບັນຫາສັນຕິພາບຢູ່ຕາເວັນອອກກາງເທົ່ານັ້ນ.