ອິດສະລາແອັນ ກ່າວຄຳຂໍໂທດຕໍ່ເຫດສັງຫານສາມັນຊົນປາແລັດສະຕິນ
(VOVWORLD) -ວັນທີ 31 ພຶດສະພາ, ທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ກ່າວສະແດງຄວາມຂໍໂທດຕໍ່ເຫດຕຳຫຼວດອິດສະລາແອັນຍິງຜູ້ຊາຍຄົນໜຶ່ງຊາວປາແລັດສະຕິນ ທີ່ບໍ່ມີອາວຸດ ແລະ ເປັນໂລກຊຶມເສົ້າເສຍຊີວິດ ຢູ່ເຂດຕາເວັນອອກ Jerusalem ໃນວັນທີ 30 ພຶດສະພາ.
ທະຫານອິດສະລາແອັນ (ພາບ: Reuters/TTXVN) |
ທ່ານ Benny Gantz ໃຫ້ຮູ້ວ່າເຫດການດັ່ງກ່າວຈະໄດ້ຮັບການສືບສວນ. ກ່ອນໜ້ານັ້ນ, ຖະແຫຼງການຂອງຕຳຫຼວດໃຫ້ຮູ້ວ່າຜູ້ປະສົບເຄາະຮ້າຍ ໄດ້ຖື ສິ່ງຂອງທີ່ໜ້າສົງໄສຢູ່ໃນມື ເບິ່ງຄືວ່າແມ່ນ ປຶນ”. ບັນດານາຍຕຳຫຼວດໄປລາດຕະເວນຮຽກຮ້ອງໃຫ້ຊາຍຄົນດັ່ງກ່າວຢຸດ ແລະ ຍິງຜູ້ກ່ຽວໃນໄລຍະໄລ່ຕາມ. ເຖິງຢ່າງໃດກໍ່ຕາມ, ຕາມແຈ້ງການຂອງ Ha'aretz ແລ້ວ, ສິ່ງຂອງຊຶ່ງຕຳຫຼວດເຕື້ອງເຖິງນັ້ນແມ່ນໂທລະສັບມືຖືຂອງຜູ້ປະສົບເຄາະຮ້າຍ.