ອັດເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານແລະສື່ສານຫວຽດນາມ
ທ່ານ ເຈືອງຢາບິ່ງ, ປະທານສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ກ່າວຄຳເຫັນທີ່ພິທີ
(ພາບ: baomoi.com)
|
(vovworld) - ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ ຫວຽດນາມ (Vietnam ICT Summit 2016) ຖືກອັດລົງໃນຕອນບ່າຍວັນທີ 24/9 ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການເຕັກໂນໂລຢີຂໍ້ມູນຂ່າວສານໄດ້ຮັບການຕີລາຄາວ່າບັນລຸຜົນສຳເລັດແຕ່ຕົ້ນປີມານີ້. ທ່ານ ເຈືອງຢາບິ່ງ, ປະທານສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ (VINASA) ໄດ້ຢັ້ງຢືນວ່າ: ການປະຕິວັດອຸດສາຫະກຳຄັ້ງທີ 4, ການປະຕິວັດດີຈີຕອນຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ບື່ນຕົວຂຶ້ນກາຍເປັນປະເທດທັນສະໄໝ. ໃນຂອບເຂດເວທີປາໄສ ໄດ້ຈັດຕັ້ງການໂອ້ລົມສົນທະນາ 4 ຄັ້ງດ້ວຍບັນດາເນື້ອໃນພວມໄດ້ຮັບຄວາມເອົາໃຈໃສ່ຂອງສັງຄົມ.
ນີ້ແມ່ນປີທີ 6, ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ ຫວຽດນາມ ໄດ້ຮັບການຈັດຕັ້ງ. ດ້ວຍຫົວຂໍ້ວ່າ “ການປະຕິວັດດີຈີຕອນ - ກາລະໂອກາດ ແລະ ສິ່ງທ້າທາຍ”, ເວທີປາໄສໄດ້ດຶງດູດຄວາມສົນໃຈຊີ້ນຳຂອງການນຳຂັ້ນສູງຫຼາຍທ່ານ ແລະ ການເຂົ້າຮ່ວມຂອງຜູ້ແທນກ່ວາ 550 ທ່ານ ດ້ວຍບັນດາຄວາມເຫັນປະກອບທີ່ສຸດຈິດສຸດໃຈ, ແທດຈິງ.