(vovworld) - ອີຕາລີ ນັບມື້ນັບມີຄວາມວິຕົກກັງວົນຕໍ່ສະພາບກະແສຊາວອົບພະຍົບເຂົ້າປະເທດນີ້ດ້ວຍທາງທະເລ ສືບຕໍ່ເພີ່ມຂຶ້ນໃນຊຸມມື້ຜ່ານມາ. ພຽງໃນເວລາ 2 ວັນກາງອາທິດກ່ອນ, ບັນດາກຳລັງປ້ອງກັນຝັ່ງທະເລ ແລະ ທະຫານເຮືອອີຕາລີ ໄດ້ກູ້ຊີບຊາວອົບພະຍົບລວມມີ 11.000 ຄົນ ຢູ່ບັນດາເຮືອທີ່ເດີນຈາກລີບີ ມຸ່ງໄປເຖິງບັນດາທ່າກ່ຳປັ່ນຂອງອີຕາລີ. ໄລ່ຮອດຕົ້ນປີມາຮອດຕົ້ນເດືອນ 10 ນີ້, ຈຳນວນຊາວອົບພະຍົບເຂົ້າອີຕາລີ ດ້ວຍທາງທະເລແມ່ນກວ່າ 140.000 ຄົນ, ສູງກວ່າທົບ 5% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2015. ຈຳນວນຊາວອົບພະຍົບເຂົ້າອີຕາລີ ໃນປີ 2016 ອາດຈະສູງກວ່າປີ 2015 ແລະ ບັນລຸຕົວເລກສະຖິຕິແມ່ນ 170.000 ຄົນຄືປີ 2014.