ອີຕາລີສືບຕໍ່ກູ້ຊີບຊາວອົບພະຍົບນັບພັນຄົນຢູ່ທະເລເມດີເຕີຣານຽມ
(ພາບປະກອບ: Reuters)
(vovworld) - ວັນທີ 05/02, ກຳລັງປ້ອງກັນຝັ່ງທະເລອີຕາລີ ໃຫ້ຮູ້ວ່າ, ມີຊາວອົບພະຍົບ ແມ່ນ 1.500 ຄົນໄດຮັບການກູ້ຊີບຢູ່ທະເລເມດີເຕີຣານຽມ ໃນທ້າຍອາທິດຜ່ານມາ, ນີ້ແມ່ນຕົວເລກສູງຜິດປົກກະຕິໃນລະດູໜາວ ເມື່ອວິວັດການຂ້າມທະເລມີທ່າອ່ຽງຊັກຊ້າລົງ ຍ້ອນເງື່ອນໄຂດິນຟ້າອາກາດບໍ່ອຳນວຍຄວາມສະດວກ ເຊິ່ງໄດ້ຍົກຈຳນວນຊາວອົບພະຍົບໄດ້ຮັບການກູ້ຊີບ ນັບແຕ່ວັນທີ 01/02 ຂຶ້ນ 4.500 ຄົນ. ການກະທຳນີ້ເກີດຂຶ້ນພາຍຫຼັງບັນດາການນຳສະຫະພາບເອີລົບ (EU) ຈັດກອງປະຊຸມສຸດຍອດຢູ່ Malta ເມື່ອວັນທີ 03/02 ໄດ້ເຫັນດີຕໍ່ບັນດາມາດຕະການສະກັດກັ້ນສະແສຊາວອົບພະຍົບຈາກລີບີ ເຂົ້າ ອີຕາລີ. ໜຶ່ງໃນບັນດາມາດຕະການນັ້ນແມ່ນ ຍຸດທະສາດ “ທຳລາຍຮູບແບບດຳເນີນທຸລະກິດ” ຂອງບັນດາຜູ້ຂາຍມະນຸດ; ອຸປະຖຳ ແລະ ຝຶກອົບຮົມໃຫ້ກຳລັງປ້ອງກັນຝັ່ງທະເລລີບີ ເພື່ອຍົກສູງຄວາມສະມາດສະກັດກັ້ນບັນດາກ່ຳປັ່ນຂົນສົ່ງຊາວອົບພະຍົບ.